ເປີດວາງສະແດງຜະລິດຕະພັນ ແລະ ຫັດຖະກຳລາວ ຢູ່ສະໜາມບິນສາກົນວັດໄຕ

0
157

ເປັນຂ່າວດີຂອງຊາວຊ່າງຫັດຖະກໍາ ແລະ ຜູ້ຜະລິດສິນຄ້າລາວ ທີ່ໄດ້ມີການສະແດງ ແລະ ຂາຍສິນຄ້າ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ທ່ຽວຊົມ ໃນສະໜາມບິນສາກົນວັດໄຕ ຊັ້ນ 3 ທີ່ສູນຝາກຂາຍ ສູນຝາກຂາຍໂອດ໋ອບລາວ.

ພິທີເປີດງານວາງສະແດງຜະລິດຕະພັນ ຫັດຖະກຳລາວ ແລະ ສິນຄ້າລາວ ທີ່ສະ ໜາມບິນສາກົນວັດໄຕ ຈັດຂຶ້ນວັນທີ 5 ກຸມພາ 2025 ທີ່ສະໜາມບິນສາກົນວັດໄຕ ເຂົ້າຮ່ວມທ່ານນາງ ອານິດ ສີວິໄຊ ປະທານບໍລິສັດທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ, ທ່ານ ນາງ YuKi Yoshimura ຮອງຫົວໜ້າຫ້ອງການອົງການ JICA ພ້ອມດ້ວຍຕາງໜ້າຈາກສະພາການຄ້າ ແລະ ອຸດສາ ຫະກຳແຂວງຫຼວງພະບາງ ແຂວງວຽງຈັນ ສະມາຄົມຫັດຖະກຳ ລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານນາງ ອານິດ ສີວິໄຊ ປະທານບໍລິສັດທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ກ່າວວ່າ: ຈຸດປະສົງຂອງງານວາງສະແດງຄັ້ງນີ້ເພື່ອເປັນການສົ່ງເສີມ ແລະ ສະໜັບສະ ໜູນສີໄມ້ລາຍມື ທ້ອງຖິ່ນຂອງປະເທດລາວໂດຍການນໍາສະເໜີຄຸນຄ່າ ແລະ ເອກະ ລັກຂອງວັດທະນະທໍາລາວໃນລະດັບສາກົນ

ພ້ອມທັງເປີດໂອກາດດ້ານການຕະຫຼາດໃຫ້ແກ່ຜູ້ຜະລິດຢູ່ທ້ອງຖິ່ນຂອງລາວຊ່ວຍສະໜັບສະໜູນເສດຖະກິດທ້ອງຖິ່ນ ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງຜູ້ທີ່ສ້າງສັ້ນຜົນງານສິລະປະອັນສວຍງາມທາງດ້ານຫັດຖະ ກຳທີເປັນເອກະລັກຂອງລາວ ແລະ ເພື່ອສະເຫຼີມສະຫຼອງສາຍພົວພັນທາງການທູດລະຫວ່າງ ສປປ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ການດໍາເນີນກິດຈະກຳຂອງອົງກອນກຸ່ມອາສາສະໝັກຈາກປະເທດຍີ່ປຸ່ນໃນປະເທດລາວອີກດ້ວຍ.

ການຈັດງານຄັ້ງນີ້ໄດ້ຮັບການຮ່ວມມືໂດຍສູນຝາກຂາຍໂອດ໋ອບລາວ ບໍລິສັດທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວ ຈຳກັດ ອາສາສະໝັກການຮ່ວມມືຢູ່ຕ່າງປະເທດຂອງຍີ່ປຸ່ນສະມາຄົມຫັດຖະກຳລາວ ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງພະບາງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ

ພາຍໃນງານມີສິນຄ້າຫັດຖະກຳທີ່ຫຼາກຫຼາຍມາຈາກຫຼາຍທ້ອງຖິ່ນທີ່ເປັນເອກະລັກຂອງລາວມວາງສະແດງ ແລະ ຈຳໜ່າຍຢູ່ທີ່ສະໜາມສາກົນວັດໄຕ ຊັ້ນ 3 ເລີ່ມແຕ່ວັນທີ 27 ມັງກອນ ຫາ 21 ເມສາ 2025  ໂອກາດນີ້ເຊີນຊວນແຂກທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຫຼື ຈະເດີນທາງໄປຍັງປະເທດຕ່າງໆ ສາມາດເຂົ້າມາເລາະຊົມ ເລາະຊື້ເພື່ອເປັນເຄື່ອງຕ້ອນຂອງຝາກທີ່ເປັນຜະລິດຕະພັນລາວ ສີມືຄົນລາວ.

ພາຍໃນການສະແດງຍັງມີການສາທິດການຕໍ່າຫູກ, ທໍໄໝ ແລະ ມີພາຂວັນຈໍາລອງໄວ້ ເພື່ອນໍາສະເໜີວັດທະນະທໍາພູມປັນຍາລາວໄວ້ໃຫ້ນັກທ່ອງທ່ຽວໄດ້ຊົມ.

 

 

LEAVE A REPLY

Please enter your comment!
Please enter your name here