ຖວທ ວາງແຜນຈຸດສຸມພັດທະນາ ດຶງດູດນັກທ່ອງທ່ຽວສາກົນ 4,376,662 ເທື່ອຄົນ, ສ້າງລາຍຮັບ 1,087,656,015 ໂດລາ

0
247

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ວາງແຜນຈຸດສຸມພັດທະນາ ດ້ານສື່ມວນຊົນສ້າງໂທລະໂຄ່ງ 250 ບ້ານ, ດ້ານການທ່ອງທ່ຽວ ດຶງດູດນັກທ່ອງທ່ຽວສາກົນ 4,376,662 ເທື່ອຄົນ, ສ້າງລາຍຮັບ1,087,656,015 ໂດລາສະຫະລັດ.

ກອງປະຊຸມ ສະຫຼຸບວຽກງານ ຖວທ ທົ່ວປະເທດ 2024 ແລະ ທິດທາງແຜນການ 2025 ໄຂຂຶ້ນໃນຕອນເຊົ້າຂອງວັນທີ 6 ກຸມພາ 2025 ທີ່ຫ້ອງປະຊຸມ ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຕາງໜ້າຈາກບັນດາກະຊວງຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຂະນະດຽວກັນ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຂຶ້ນລາຍງານ ທິດທາງແຜນພັດທະນາ ວຽກງານ ຖວທ ປີ 2025 ເຖິງ ແຜນຈຸດສຸມ ພັດທະນາວຽກງານ ຖວທ ແຕ່ລະດ້ານດັ່ງນີ້:

1. ດ້ານຖະແຫຼງຂ່າວ ສື່ມວນຊົນ:
1) ສ້າງ ແລະ ຂະຫຍາຍວິທະຍຸຂັ້ນເມືອງ 1 ແຫ່ງ.
2) ຂະຫຍາຍລະບົບໂທລະໂຄ່ງ 250 ບ້ານຈຸດສຸມ ແລະ ຈັດຕັ້ງປະຕິບັດໂຄງການປັບປຸງ ຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 3).
3) ຊຸກຍູ້ທ້ອງຖິ່ນກໍ່ສ້າງອາຄານຫ້ອງການ ແລະ ປັບປຸງອຸປະກອນ, ພາຫະນະ 2 ສະຖານີ ຂັ້ນເມືອງ (ສຸມໃສ່ເມືອງທຸກຍາກ ແລະ ເມືອງຍຸດທະສາດ).
4) ສ້າງນິຕິກຳຂະແໜງສື່ມວນຊົນ (ນັກວິຊາການສື່ມວນຊົນ ແລະ ຄູ່ຮ່ວມງານ).
5) ລະດົມແຫຼ່ງທຶນຈາກພາກລັດ, ເອກະຊົນ (ພາຍໃນ ແລະ ຕ່າງປະເທດ).
6) ເປີດກວ້າງການລົງທະບຽນສື່ອອນລາຍ ແລະ ຄຸ້ມຄອງຕາມລະບຽບກົດໝາຍ.

2. ດ້ານວັດທະນະທຳ:
1). ສ້າງຄອບຄົວວັດທະນະທໍາ 26,000 ຄອບຄົວ, ບ້ານວັດທະນະທໍາ 150 ບ້ານ ແລະ ບ້ານວັດທະນະທໍາຕົວແບບ 2 ບ້ານ.
2). ຕິດຕາມ ແລະ ປ້ອງກັນການສະເໜີ “ປະເພນີສູ່ຂວັນ” ເປັນມໍຣະດົກວັດທະນະທຳນາມ ມະທຳຂອງມວນມະນຸດຕໍ່ອົງການ UNESCO.
3). ສໍາເລັດການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມ ຊາດແບບຮ່ວມຊາຍແດນກັບຫວຽດນາມ.
4). ສ້າງເງື່ອນໄຂ ແລະ ຮ່ວມມືກັບຈີນ (ຢູນນານ) ເພື່ອຈັດກິດຈະກຳແລກປ່ຽນບົດຮຽນ ການຄຸ້ມຄອງມໍຣະດົກໂລກ 1 ຄັ້ງ.

3. ດ້ານທ່ອງທ່ຽວ:
1). ດຶງດູດນັກທ່ອງທ່ຽວສາກົນ 4,376,662 ເທື່ອຄົນ, ສ້າງລາຍຮັບ1,087,656,015 ໂດລາສະຫະລັດ (ພັກເຊົາສະເລ່ຍ 10 ວັນ) ແລະ ນັກທ່ອງທ່ຽວພາຍໃນ 4,189,557 ເທື່ອຄົນ, ສ້າງລາຍຮັບ 678,708,234 ໂດລາສະຫະລັດ (ພັກເຊົາ 3 ວັນ).
2). ສໍາເລັດແຜນພັດທະນາການທ່ອງທ່ຽວ 2026-2030 ແລະ ແຜນແມ່ບົດພັດທະນາ ການທ່ອງທ່ຽວ 3 ແຫ່ງ (ຫຼວງພະບາງ, ນາກະສັງ-ດອນເດດ-ດອນຄອນ ແລະ ໜ້າເຂື່ອນນໍ້າງື່ມ).
3). ສໍາຫຼວດ, ກຳນົດຂອບເຂດ ແລະ ອອກໃບຢັ້ງຢືນເນື້ອທີ່ແຫຼ່ງທ່ອງທ່ຽວ 5 ແຫ່ງ, ປັບປຸງເສັ້ນທາງໃນເທດສະບານເມືອງວັງວຽງ 11 ເສັ້ນທາງ (ໃຫ້ສໍາເລັດຕົ້ນປີ 2026).
4). ເຜີຍແຜ່ກົດໝາຍທ່ອງທ່ຽວສະບັບປັບປຸງ 2024 ແລະ ນິຕິກຳໃຕ້ກົດໝາຍ, ສ້າງ ດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ, ສະພາສົ່ງເສີມການຕະຫຼາດທ່ອງທ່ຽວ, ເມືອງ ທ່ອງທ່ຽວ, ການບັນເທີງ, ກອງທຶນການທ່ອງທ່ຽວ, ປັບປຸງຂໍ້ຕົກລົງວ່າດ້ວຍ ສະຖານທີ່ພັກແຮມ, ຮ້ານອາຫານ, ທຸລະກິດນໍາທ່ຽວ, ພະນັກງານນໍາທ່ຽວ, ການຈັດ ລະດັບສະຖານທີ່ພັກແຮມ ແລະ ທຸລະກິດສົ່ງເສີມສຸຂະພາບ..

4. ດ້ານເສນາທິການ:
1). ຍົກສູງພາລະບົດບາດເສນາທິການ, ພັດທະນາລະບົບຄຸ້ມຄອງເອກະສານເຂົ້າ-ອອກ (ປະຕູດຽວ, E-office), ສ້າງເວັບໄຊ 3 ແຂວງ, ແກ້ໄຂຂໍ້ຂັດແຍ່ງທີ່ດິນ, ຄຸ້ມຄອງ ຊັບສິນ ແລະ ງົບປະມານ.
2). ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ຕຳແໜ່ງງານ.
3). ສໍາເລັດແຜນພັດທະນາວຽກງານ ຖວທ 2026-2030, ຈັດງານສັບປະດາວັດທະນະທຳ (ລາວ-ຫວຽດນາມ, ເບຣາລຸດຊີ, ລາວ-ຈີນ, ຣັດເຊຍ), ເຜີຍແຜ່ປື້ມສະຖິຕິ 2024 ແລະ ສ້າງປື້ມສະຖິຕິ 2025.
4). ກວດກາໂຄງການລົງທຶນ, ການຄຸ້ມຄອງກອງທຶນ, ການຈັດຕັ້ງ, ບຸກຄົນ, ພະນັກງານ, ນິຕິບຸກຄົນ, ພັກ, ລັດ ແລະ ຄໍາຮ້ອງ-ຄໍາສະເໜີ.
5). ຝຶກອົບຮົມການທ່ອງທ່ຽວ 8 ແຂວງ, ຝຶກອົບຮົມພະນັກງານນໍາທ່ຽວ 2 ຄັ້ງ.
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here