ພິທີຖະແຫຼງຂ່າວກຽມຈັດງານ ຕະຫຼາດນັດ, ວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາຄັ້ງທີ 28 ປະຈຳປີ 2025 ຈັດຂຶ້ນ ໃນວັນທີ 5 ກຸມພາ 2025 ທີ່ຫ້ອງວ່າການປົກຄອງເມືອງນາຊາຍທອງ ເຂົ້າຮ່ວມຂອງທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ, ທ່ານ ບຸນຫົງ ທໍາມະວົງ ຜູ້ອໍານວຍການບໍລິສັດ EFL ໃນນາມຜູ້ສໍາປະທານຈັດງານວາງສະແດງມີນັກຂ່າວ ສື່ມວນຊົນເຂົ້າຮ່ວມ.
ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອເປັນການສະຫຼຸບຕີລາຄາຄືນ ຜົນງານ ແລະ ໄຊຊະນະແຫ່ງການນຳພາ-ຊີ້ນຳ ຂອງອົງຄະນະພັກເມືອງ-ອົງການປົກຄອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 7 ຂອງເມືອງ ໄລຍະແຕ່ 2020-2025, ທັງເປັນການເປີດໂອກາດ ແລະສ້າງເງື່ອນໄຂໃຫ້ຊາວກະສິກອນ, ຊາວຊ່າງຫັດຖະກຳ, ຄອບຄົວຕົວແບບ-ຄອບຄົວຜູ້ທຳການຜະລິດ, ບັນດາສູນຜະລິດ, ຫົວໜ່ວຍທຸລະກິດ, ຜູ້ປະກອບການຕ່າງໆ ຢູ່ພາຍໃນເມືອງນາຊາຍທອງ ແລະ ຕ່າງເມືອງ, ຕ່າງແຂວງ
ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນ ມາວາງສະແດງ ແລະ ຂາຍ ອອກສູ່ສັງຄົມ ໃຫ້ກວ້າງຂວາງແລະ ນັບມື້ນັບຫຼາຍຂຶ້ນ ສະນັ້ນ, ໃນລະຫວ່າງວັນທີ 13-17 ກຸມພາ 2025 ຢູ່ສະຖານທີ່ ບ້ານແຈ້ງສະຫວ່າງ (ຂ້າງຫ້ອງການໄຟຟ້າສາຂາເມືອງ) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈະໄດ້ຈັດງານຕະຫຼາດນັດ ວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 28 ປະຈຳປີ 2025 ຂຶ້ນຢ່າງເປັນທາງການ
ທ່ານກ່າວວ່າ: ງານຕະຫລາດນັດ ຄັ້ງທີ 28 ປະຈຳປີ 2025 ຂອງເມືອງນາຊາຍທອງ ຈະໄດ້ດຳເນີນໄປເປັນເວລາ 5 ວັນ 5 ຄືນ ແລະ ຄາດຄະເນວ່າ ຈະມີບັນດາຫ້າງຮ້ານ, ຫົວໜ່ວຍທຸກລະກິດ, ຜູ້ປະກອບກອບການຕ່າງໆ ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຫລາຍກວ້າ 300 ຮ້ານຂຶ້ນໄປ, ພາຍໃນງານກໍຈະມີຫລາກຫລາຍກິດຈະກຳ ເປັນຕົ້ນແມ່ນ ການເສບຄົບງັນ ກີລາ, ສິນລະປະວັນນະຄະດີ, ຊິງຊ້າມ້າໝູນ ແລະ ການລະຫລິ້ນ, ກິດຈະກຳອື່ນໆ ດັ່ງຊຸມປີຜ່ານມາຕ່າງໜ້າໃຫ້ຄະນະພັກ, ອົງການປົກຄອງເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍ່ຄືຄະນະຮັບຜິດຊອບຈັດງານບຸນຕະຫລາດນັດດັ່ງກ່າວ, ຂໍຖືໂອກາດນີ້ ເຊີນຊວນບັນດາການຈັດຕັ້ງ, ພໍ່ແມ່ປະຊາຊົນ,ຊາວກະສິກອນ, ຊາວຊ່າງກັດຖະກຳ, ຄອບຄົວຕົວແບບ, ຄອບຄົວຜູ້ທຳການລິດ, ບັນດາສູນຜະລິດ, ຫົວໜ່ວຍທຸລະກິດ, ຜູ້ປະກອບການຕ່າງໆ, ມ່ວນຊົນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງເຂົ້າຮ່ວມງານ ທ່ຽວຊົມ ແລະ ຊື້ຜະລິດຕະພັນຕ່າງໆ ເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນ ທີ່ເປັນຂອງຄົນລາວຜະລິດຢູ່ລາວ ຢູ່ພາຍໃນງານຕະຫລາດ ຄັ້ງທີ 28 ປະຈຳປີ 2025 ຢ່າງເປັນຂະບວນການດ້ວຍ
ທ່ານ ບຸນຫົງ ທໍາມະວົງ ຜູ້ອໍານວຍການບໍລິສັດ EFL ໃນນາມຜູ້ສໍາປະທານຈັດງານວາງສະແດງໄດ້ກ່າວວ່າ: ໃນດ້ານສະຖານທີ່ຈັດງານມາຮອດປັດຈຸບັນ ພວກເຮົາໄດ້ກະກຽມຄວາມພ້ອມ 90% ແລະ ຈະໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຊີນຊວນ ພໍ່ຄ້າຊາວຂາຍ ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມ ເຊິ່ງຈະມີສິນຄ້າຫຼາຍຢ່າງ ມີການຄົບງັນມ່ວນຊື່ນ
ງານພວກເຮົາແມ່ນໄດ້ຊ່ວຍ ໃຫ້ຜູ້ຜະລິດ ແລະ ຜູ້ຊົມໃຊ້ ໄດ້ພົບກັນ ທັງຫົວໜ່ວຍເອັສເອັມອີ ພົບກັນ ແລະ ຊ່ວຍພັດທະນາສິນຄ້າ ພັດທະນາໂອກາດທາງດ້ານການຂະຫຍາຍທຸລະກິດຂອງຕົນເອງ ພິເສດງານຄັ້ງນີ້ນອກຈາກການວາງສະແດງ ແລະ ຂາຍສິນຄ້າແລ້ວຍັງມີກິດຈະກໍາ ຂະບວນການກີລາບານສົ່ງ, ຕີບູນ ແລະ ອື່ນໆ ເພື່ອສ້າງສີສັນພາຍໃນງານ ເຊິ່ງຈະມີເວທີກາງເພື່ອໃຫ້ ວົງດົນຕີເຂົ້າມາສະແດງໃນແຕ່ລະວັນ ເຊິ່ງໃນວັນທີ 16 ກຸມພາ 2025 ວົງດົນຕີດາວເໜືອ ຈະມາສະແດງ ມອບຄວາມສຸກໃຫ້ຜູ້ເຂົ້າຮ່ວມງານ.