ພິທີມອບ – ຮັບດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 3 ກຸມພາ 2025 ໂດຍມີທ່ານ ນາງ ແສງເດືອນ ຫຼ້າຈັນທະບຸນ ອາດີດລັດຖະມົນກະຊວງສຶກສາທິການ ແລະ ກີລາ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ, ທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມນັ້ນຍັງມີມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂດບ້ານເມືອງຊືມເຂົ້າຮ່ວມເປັນສັກຂີພິຍານ
ທ່ານ ຂັນທອງ ວົງສົມບັດ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງແອດ ແຂວງຫົວພັນລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຫໍພັກຄູ ແລະ ນັກຮຽນ ມສ ເມືອງຊຶມ, ເມືອງແອດ ແຂວງຫົວພັນ ໂດຍແມ່ນການລະດົມທຶນຈາກ ສູນກາງແນວລາວສ້າງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກີລາແຂວງ ແລະ ຈາກຫຼາຍພາກສ່ວນ ໃນມູນຄ່າທັງໝົດ 666 ລ້ານກວ່າກີບ
ເຊິ່ງປະກອບມີ 4 ກິດຈະກໍາຄື: ອາຄານຫໍພັກ 1 ຫຼັງ ຂະໜາດ 5×56 ແມັດ, ແບ່ງອອກເປັນ 4 ຫ້ອງ, ອາຄານຫ້ອງນໍ້າ 2 ຫຼັງ ປະກອບມີ 6 ຫ້ອງ, ເຮືອນຄົວ 1 ຫຼັງ ຂະໜາດ 5x7m ແລະ ອ່າງເກັບນໍ້າ 2 ອ່າງ, ເປັນອາຄານຖາວອນ. ໂຄງການດັ່ງກ່າວເລີ່ມກໍ່ສ້າງໃນປີ 2023 ແລະ ສໍາເລັດໃນປີ 2025.
ໃນພິທີຍັງໄດ້ມອບເຄື່ອງອຸປະໂພກບໍລິໂພກ ພາຍໃຕ້ການລະດົມທຶນຂອງ ສນຊ ແລະ ກະຊວງ ສຶກສາທີການ ແລະ ກີລາ ແລະ ພະແນກສຶກສາທີການ ແລະ ກີລາແຂວງ ແລະ ຄະນະແນວໂຮມ ແຂວງຫົວພັນ ພ້ອມການນຳແຂວງຫົວພັນ ໃຫ້ແກ່10ໝູ່ບ້ານເມືອງຊຶມ(ແຂວງຫົວພັນ)