ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຊຶ່ງໄດ້ຈັດຂຶ້ນເປັນຄັ້ງທີ 2 ຖັດຈາກງານມະຫາກຳທ່ອງທ່ຽວອາຊຽນ (ATF 2025) ເພື່ອມອບລາງວັນໃຫ້ແກ່ພາກສ່ວນ ແລະ ສະຖານປະກອບການທີ່ໄດ້ຮັບລາງວັນການທ່ອງທ່ຽວອາຊຽນ ພິທີໄດ້ຈັດຂື້ນວັນທີ 5 ກຸມພາ 2025 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ປະກອບມີ 4 ມາດຕະຖານຄື:
1. ມາດຕະຖານເຮືອນພັກແຮມອາຊຽນ
2. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ
3. ມາດຕະຖານການບໍລິການສະປາອາຊຽນ
4. ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ
ໃນພິທີໄດ້ຮັບກຽດຂື້ນມອບລາງວັນໂດຍທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງລວມມີທັງໝົດ 29 ລາງວັນ ທີ່ສປປ ລາວເຮົາໄດ້ຮັບຈາກອາຊຽນ ລາຍລະ ອຽດຂອງລາງວັນມີດັ່ງນີ້:
I. ມາດຕະຖານເຮືອນພັກປະຊາຊົນອາຊຽນ (6)
1. ບ້ານນາດ້ວງ, ເມືອງວັງວຽງ, ແຂວງວຽງຈັນ
2. ບ້ານດອນໂຄ, ເມືອງຊະນະສົມບູນ, ແຂວງຈໍາປາສັກ
3. ບ້ານດອນແດງ, ເມືອງປະທຸມພອນ, ແຂວງຈໍາປາສັກ
4. ບ້ານໜອງຫຼວງ, ເມືອງປາກຊ່ອງ, ແຂວງຈໍາປາສັກ
5. ບ້ານໜອງຫຼວງ, ເມືອງປາກຊ່ອງ, ແຂວງຈໍາປາສັກ
6. ບ້ານນາຍາງ, ເມືອງນໍ້າບາກ, ແຂວງຫຼວງພະບາງ
II. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ (6)
1. ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ, ເມືອງຫົວເມືອງ, ແຂວງຫົວພັນ
2. ບ້ານທ່າແປ້ນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ
3. ບ້ານຊາງໄຫ, ເມືອງປາກອູ, ແຂວງຫຼວງພະບາງ
4. ບ້ານກອງລໍ, ເມືອງຄູນຄໍາ, ແຂວງຄໍາມ່ວນ
5. ບ້ານນາລັນເໜືອ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ
6. ບ້ານໜອງຢາເທິງ, ເມືອງປາກຊ່ອງ, ແຂວງຈໍາປາສັກ
III. ມາດຕະຖານການບໍລິການສະປາອາຊຽນ (6)
1. ຮ້ານ Senses ສະປາ ຢູ່ໂຮງແຮມຄລາວພລາຊາ, ນະຄອນຫຼວງວຽງຈັນ
2. ຮ້ານບ້ານລາວສະປາ ຢູ່ໂຮງແຮມມາຍບ້ານລາວ, ແຂວງຫຼວງພະບາງ
3. ຮ້ານແມ່ຂອງສະປາ ຢູ່ໂຮງແຮມພູວ່າວ, ແຂວງຫຼວງພະບາງ
4. ຮ້ານດາຫຼາສະປາ, ນະຄອນຫຼວງວຽງຈັນ
5. ຮ້ານ Nice ນວດ ແລະ ສະປາ, ນະຄອນຫຼວງວຽງຈັນ
6. ຮ້ານ Frangipani ສະປາ ຢູ່ສະຫວັນຣີສອດ, ແຂວງສະຫວັນນະເຂດ
IV. ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ (11)
1. ຫ້ອງນໍ້າສາທາລະນະ ໜອງສະພັງແລນ, ນະຄອນຫຼວງວຽງຈັນ
2. ຫ້ອງນໍ້າສາທາລະນະ ວັດຊຽງທອງ, ແຂວງຫຼວງພະບາງ
3. ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ, ແຂວງຫຼວງນໍ້າທາ
4. ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ, ເມືອງປາກຊ່ອງ, ແຂວງຈໍາປາສັກ
5. ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ, ເມືອງວັງວຽງ, ແຂວງວຽງຈັນ
6. ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວພະທາດຫຼວງວຽງຈັນ, ນະຄອນຫຼວງວຽງຈັນ
7. ຫ້ອງນໍ້າສາທາລະນະ ວັດສີເມືອງ, ນະຄອນຫຼວງວຽງຈັນ
8. ຫ້ອງນໍ້າສາທາລະນະ ຫໍພິພິທະພັນແຫ່ງຊາດ, ແຂວງຫຼວງພະບາງ
9. ຫ້ອງນໍ້າສາທາລະນະ ພິພິທະພັນສີສະເກດ, ນະຄອນຫຼວງວຽງຈັນ
10. ຫ້ອງນໍ້າສາທາລະນະ ວັດໃໝ່, ແຂວງຫຼວງພະບາງ
11. ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຫໍໄຕປີດົກວັດສີມຸງຄຸນ ວັດບ້ານກາງ, ແຂວງສາລະວັນ
ໃນງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2025 ໃນຄັ້ງນີ້, ໄດ້ມີການມອບລາງວັນໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ພາຍໃນສປປ ລາວ ທີ່ສາມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງ ທ່ຽວອາຊຽນ.
ເຊິ່ງຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໃນປີ 2025 ແມ່ນໄດ້ຮັບການຊີ້ນໍາ-ນໍາພາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ADB) (Second GMS Tourism Infrastructure for Inclusive Growth Project-TIIGP2).
ຂ່າວ-ຮູບ: Larh Creators