ທ່ານ ພິຊິດ ໄຊຍະທິດ ປະທານ ບໍລິສັດລາວລົງທຶນ ແລະ ພັດທະນາຊັບພະຍາກອນຈຳກັດຕໍ່ກອງປະຊຸມໃຫ່ຍ ສະມາຊິກພັກ ຄັ້ງທີ IV ຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຫົວຂໍ້: ການນໍາພາຂອງພັກຕໍ່ວຽກງານຄົ້ນຄວ້າແຫຼ່ງລາຍຮັບໃໝ່.
ທ່ານ ພິຊິດ ໄຊຍະທິດ ປະທານ ບໍລິສັດ ລາວລົງທຶນ ແລະ ພັດທະນາຊັບພະຍາກອນ ຈຳກັດ ກ່າວວ່າ: ມີຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຮັບອະນຸຍາດຈາກຄະນະປະທານໃຫ້ຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ໃນຄັ້ງນີ້. ກ່ອນອື່ນໝົດ, ຂ້າພະເຈົ້າ ຂໍສະແດງຄວາມເປັນເອກະພາບສູງຕໍ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາຂະແໜງການ ທັງ 02 ພາກ ທີ່ບັນດາສະຫາຍ ໄດ້ຜ່ານໄປແລ້ວນັ້ນ, ແຕ່ເພື່ອເປັນການຢັ້ງຢືນຄືນ ຜົນງານການຈັດຕັ້ງປະຕິບັດ ຂອງຄະນະພັກຮາກຖານພະແນກສະໄໝທີ III ໃຫ້ສະແດງອອກຈະແຈ້ງຂຶ້ນຕື່ມ, ຂ້າພະເຈົ້າຂໍປະກອບຄຳເຫັນ ໃນຫົວຂໍ້: ການນຳພາຂອງພັກຕໍ່ວຽກງານການຄົ້ນຄວ້າແຫຼ່ງລາຍຮັບໃໝ່. ຄືດັ່ງທີ່ຮັບຮູ້ແລ້ວວ່າ ການຄົ້ນຄວ້າແຫຼ່ງລາຍຮັບໃໝ່ ທີ່ເກີດຂຶ້ນໃນໜ່ວຍພັກ ບໍລິສັດ ລາວລົງທຶນ ແລະ ພັດທະນາຊັບພະຍາກອນ ຈຳກັດ ແມ່ນການລົງທຶນຮ່ວມກັບຕ່າງປະເທດ, ເຊິ່ງດຳເນີນກິດຈະການຕົ້ນຕໍແມ່ນ:
(1) ການບໍລິການຊົມທ່ຽວຫໍພິພິທະພັນສິນລາວ ແມ່ນຫໍພິພິທະພັນຫຼັງໃໝ່ແບບຄົບວົງຈອນ ມີເນື້ອທີ່ 30ກວ່າເຮັກຕາ, ໄດ້ເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2024 ຈຸດປະສົງເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ, ເຊິ່ງປະກອບມີອາຄານສັງລວມຂໍ້ມູນປະຫວັດຄວາມເປັນມາຂອງຫໍພິພິທະພັນ,ອາຄານວາງສະແດງສິລະປະລາວ ແລະ ງານສິລະປະວັດທະນະທຳຕາມເທດສະການຕ່າງໆ, ອາຄານວາງສະແດງງານສິລະປະໄມ້ແກະສະຫຼັກ ແລະ ຮູບແຕ້ມ, ອາຄານສຳລັບພັກຜ່ອນຊົມທິວທັດ, ໂຮງແຮມ-ຮ້ານ ອາຫານ ແລະ ອື່ນໆອີກ, ສາມາດສ້າງລາຍຮັບໄດ້ 23 ຕື້ກວ່າກີບ ແລະ ປະຕິບັດພັນທະໄດ້ 277 ລ້ານກວ່າກີບ.
(2) ການບໍລິການສະຖາບັນການເງິນຈຸລະພາກ ເປັນສະຖາບັນໜຶ່ງທີ່ໄດ້ຮັບການຢັ້ງຢືນທາງດ້ານມາດຕະຖານການບໍລິການຈາກອົງການຈັດຕັ້ງລັດ ແລະ ກອງທຶນສາກົນ; ໄດ້ຖືກຄັດເລືອກຮັບເງິນກູ້ຢືມຈາກກອງທຶນ SME ແລະ ກອງທຶນສະຖາບັນການເງິນສາກົນ, ສາມາດສ້າງລາຍຮັບໄດ້ 52 ຕື້ກວ່າກີບແລະ ປະຕິບັດພັນທະໄດ້ 1,9 ກວ່າຕື້ກີບ.
(3) ບໍລິສັດ ເອັສເອັມທີ ໂລຈິສຕິກ ຈຳກັດ ໄດ້ດຳເນີນກິດຈະການບໍລິການ ຂົນສົ່ງສິນຄ້າພາຍໃນແລະ ລະຫວ່າງປະເທດ ແລະ ບໍລິການສາງສິນຄ້າ, ໄດ້ຮັບການຢັ້ງຢືນມາດຕະຖານການບໍລິຫານ ແລະການບໍລິການ(ISO9001:2015) ແລະ ການບໍລິຫານຄຸ້ມຄອງປະເພດອາຫານແຊ່ແຂງ (ISO22000:2018) ຈາກອົງການມາດຕະຖານສາກົນ (TCL), ສ້າງລາຍຮັບໄດ້ 207 ຕື້ກວ່າກີບ, ປະຕິບັດພັນທະໄດ້ 8,9 ກວ່າຕື້ກີບ.
(4) ບໍລິສັດ ຄ້າຮຸ້ງໂຣດຂົນສົ່ງຈໍາກັດ ເປັນການຂົນສົ່ງສິນຄ້າພາຍໃນປະເທດ ແລະ ບໍລິການຄ່ຽນຖ່າຍສິນຄ້າ, ພ້ອມທັງປະກອບສ່ວນກິດຈະກຳທາງສັງຄົມ ເປັນຕົ້ນ: ການຂົນສົ່ງເຄື່ອນຊ່ວຍເຫຼືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ອື່ນໆ, ຊື່ງການເຄື່ອນໄຫວທຸລະກິດມີລາຍຮັບ 101 ຕື້ກວ່າກີບ ແລະ ປະຕິບັດພັນທະໄດ້ 4,5 ກວ່າຕື້ກີບ.ລວມທັງ 04 ບໍລິສັດ ທີ່ຂຶ້ນກັບໜ່ວຍພັກສາມາດສ້າງລາຍຮັບໃນ 5 ປີຜ່ານມາ ຈຳນວນ 385 ຕື້ກວ່າກີບ ແລະ ປະຕິບັດພັນທະໄດ້ 15 ກວ່າຕື້ກີບ.
ບໍລິສັດຂອງພວກເຮົາມີການເຕີບໂຕໃຫ່ຍຂະຫຍາຍຕົວຄືດັ່ງທຸກວັນນີ້ ກໍ່ຍ້ອນການນຳພາຊີ້ນຳ ແລະ ເອື້ອອຳນວຍເງື່ອນໄຂສະດວກ,ໃຫ້ການສະໜັບສະໜູນຈາກອົງຄະນະພັກ,ອົງການປົກຄອງນະຄອນຫຼວງວຽງຈັນ, ຄະນະພັກຮາກຖານ-ຄະນະນຳພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມຕະຫຼອດມາ, ມີນິຕິກໍາ-ລະບຽບກົດໝາຍເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ສະນັ້ນ, ໃນຕໍ່ໜ້ານີ້ ເພື່ອຮັບປະກັນໃຫ້ແກ່ການເຕີບໃຫ່ຍຂະຫຍາຍຕົວຂອງບໍລິສັດ ພວກຂ້າພະ
ເຈົ້າ ຈະສືບຕໍ່ປະຕິບັດແຜນງານ, ໂຄງການ ຄື: ການບໍລິການຫໍພິພິທະພັນສິລະປະລາວສະໄໝໃຫ້
ເປັນແຫຼ່ງທອງທ່ຽວແຫ່ງໃໝ່ ແລະ ເປັນຖານລາຍຮັບທີ່ໝັ້ນຄົງໃຫ້ນະຄອນຫຼວງວຽງຈັນ ເພື່ອດຶງດູດນັກ
ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 15-20% ແລະ ຄາດຄະເນລາຍຮັບຈະເພີ້ມຂຶ້ນປະມານ
260 ຕື້ກີບຕໍ່ປີ; ສະຖາບັນການເງິນຈຸລະພາກຮັບຝາກເງິນ ຂະຫຍາຍຖານປ່ອຍສິນເຊື່ອໃຫ້ໄດ້ 15%;
ບໍລິສັດ ເອັສເອັມທີ ໂລຈິສຕິກ ຈໍາກັດ ເພີ່ມຂອດບໍລິການທາງການຄ້າ ຂາອອກ-ຂາເຂົ້າ ສາມາດແຂ່ງຂັນ
ໃນຍຸກການເຊື່ອມໂຍງ ແລະ ເຊື່ອມຈອດ, ຄາດຄະເນລາຍຮັບຈະເພີ່ມຂຶ້ນປະມານ 15%, ເຊິ່ງທຸກແຜນ
ງານແມ່ນໃຫ້ສໍາເລັດຕາມຄາດໝາຍ.