ໃນວັນທີ 5 ກຸມພາ 2025 ຫ້ອງການຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຄັ້ງທີ II ຂຶ້ນ, ໂດຍການເຂົ້າຮ່ວມຂອງສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະບໍລິຫານງານພັກ, ປະທານສະພານະຄອນຫຼວງ, ສະຫາຍ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ, ມີຄະນະປະຈຳພັກ, ກໍາມະການພັກ ເລຂາໜ່ວຍພັກຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ, ຜູ້ແທນກອງປະຊຸມ, ພະນັກງານອາວຸໂສ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ.
ກອງປະຊຸມໃຫຍ່ສາມະຊິກ ໜ່ວຍພັກຮາກຖານຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນໃນຄັ້ງນີ້ ໄດ້ລົງປະຊາມະຕິເປັນເອກະສັນກັນ ຮັບຮອງເອົາຫລາຍບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນ ຄົ້ນຄວ້າ ແລະປະກອບຄຳຄິດຄຳເຫັນໃສ່ ຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສຳຫລວດການນຳພາລວມ ຂອງຄະນະໜ່ວຍພັກ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຊຸດເກົ່າ, ກອງປະຊຸມໄດ້ຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 5 ປີຜ່ານມາ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ລົງປະຊາມະຕິເປັນເອກະສັນກັນ ຮັບຮອງເອົາບົດລາຍງານການເມືອງກອງປະຊຸມຂອງໜ່ວຍພັກຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແຕ່ປີ 2020-2024.
ກອງປະຊຸມບັນດາຜູ້ແທນຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດເລືອກເອົາຄະນະໜ່ວຍພັກຮາກຖານຊຸດໃໝ່, ເຊິ່ງມີຜູ້ມີມາດຖານເງື່ອນໄຂຄົບກຳນົດ ລົງສະໝັກທັງໝົດ 7 ສະຫາຍ ແລະ ເລືອກເອົາ 5 ສະຫາຍ, ພ້ອມໄດ້ປ່ອນບັດເລືອກຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ເລືອກເອົາຄະນະໜ່ວຍພັກຮາກຖານຊຸດໃໝ່ 5 ສະຫາຍ ເປັນຍິງ 2 ສະຫາຍ, ໃນນັ້ນ ເປັນເອກະສັນເລືອກເອົາສະຫາຍ ທະນົງໄຊ ຄຸດໄພທູນ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ທອງພັດ ວົງສີແກ້ວ ເປັນຮອງເລຂາໜ່ວຍພັກ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ 3 ສະຫາຍເປັນຄະນະພັກ ຄື: 1. ສະຫາຍ ໄກນະຄອນ ທຳມະວອນ 2. ສະຫາຍ ນາງ ແກ້ວມະນີ ບົວລີວັນ ແລະ 3 ສະຫາຍ ນາງ ເພັດໄພລິນ ສີສານ. ພ້ອມກັນນີ້ໄດ້ເລືອກເອົາ 2 ສະຫາຍ ຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ນໍາອີກ.
ໃນຕອນທ້າຍກອງປະຊຸມ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ໂອ້ລົມໃຫ້ທິດຊີ້ນໍາ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພັກຊຸດເກົ່າ ທີ່ສາມາດນຳພາຍາດໄດ້ຜົນສຳເລັດຫລາຍດ້ານ ແລະ ໃຫ້ຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານຊຸດໃໝ່ ທີ່ຈະສຶບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງ ໜ່ວຍພັກຮາກຖານຄະນະຄຸ້ມຄອງເຂດເສດຖະ ກິດພິເສດ ນະຄອນຫຼວງວຽງຈັນ ໃຫ້ຍາດໄດ້ຜົນງານ ແລະ ຜົນສຳເລັດຍິ່ງກວ່າເກົ່າ.
ໂດຍເນັ້ນໃຫ້ສືບຕໍ່ປັບປຸງ, ແກ້ໄຂ ແລະ ຈັດຕັ້ງຜັນຂະຫຍາຍມະຕິທີ່ໄດ້ຮັບຮອງເອົາແລ້ວນັ້ນ ໄປປະຕິບັດຕົວຈິງ ໂດຍສະເພາະ ແມ່ນບັນຫາການກໍ່ສ້າງພັກ-ພະນັກງານ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອສືບທອດປ່ຽນແທນ ໃຫ້ຮັບປະກັນ 3 ຫຸ້ນຄື: ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸດໂສ. ພ້ອມນັ້ນ, ສະຫາຍເລຂາຄະນະບໍລິຫານງານພັກ ຍັງໄດ້ເນັ້ນຕື່ມບາງຈຸດ ໂດຍສະເພາະ ແມ່ນ ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງຄະນະໜ່ວຍພັກຮາກຖານ, ສະມາ ຊິກພັກໃນທຸກດ້ານ ໃນນີ້ຕົ້ນຕໍແມ່ນນໍາໜ້າໃນການຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ທີ່ກ່ຽວພັນເຖິງວຽກງານວິຊາສະເພາະ ໃຫ້ກວ້າງຂວາງເລິກເຊິ່ງ ເພື່ອໃຫ້ທຽບທັນກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່; ນໍາໜ້າໃນຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ການຈັດຕັ້ງປະຕິບັດນະໂຍ ບາຍ, ມະຕິ, ຄໍາສັ່ງຂອງພັກໃຫ້ມີຜົນສໍາເລັດ ໂດຍຖືຜົນປະໂຫຍດໃຫ້ສ່ວນລວມ ແລະ ປະຊາຊົນ ເປັນຕົວຕັ້ງ; ນໍາໜ້າໃນການກໍາຈັດແກ້ໄຂຈຸດອ່ອນ-ຂໍ້ບົກພ່ອງ, ຄວາມຜິດພາດຂອງຕົນເອງ ດ້ວຍຄວາມເປັນເຈົ້າການ; ນໍາໜ້າໃນການປະຕິບັດກົດລະບຽບຂອງພັກ ແລະ ຂໍ້ຫ້າມຕ່າງໆ ຂອງສະມາຊິກພັກ ຢ່າງເຂັ້ມງວດ; ເຄົາລົບລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆທີ່ລັດວາງອອກ.