ປີທ່ອງທ່ຽວລາວ 2024, ຫຼວງພະບາງ ສາມາດດືງດູດນັກທ່ຽວທ່ຽວມາທ່ຽວໄດ້ 2,326,758 ເທື່ອຄົນ ສ້າງລາຍຮັບມະຫາສານ

0
46

ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຂຶ້ນລາຍງານໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ກຸມພາ 2025 ທີ່ຫ້ອງປະຊຸມ ຫໍວັດທະນະທໍາແຫ່ງຊາດ ວ່າ: ແຂວງຫຼວງພະບາງ ຫຼວງພະບາງ ມີໂຮງແຮມ ແລະ ຣີສອດ 116 ແຫ່ງ, ເຮືອນພັກ 454 ແຫ່ງ, ຮ້ານອາຫານ 351 ຮ້ານ, ຮ່ານບັນເທິງ ແລະ ຮ້ານກິນດື່ມ 81 ຮ້ານ, ບໍລິສັດ ທ່ອງທ່ຽວ 123 ບໍລິສັດ ແລະ ຮ້ານນວດຮ້ານສະປາ 29 ຮ້ານ, ຈາກຜົນຂອງການຈັດຕັ້ງປະຕິບັດກິດຈະກໍາປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ ໃນ 1 ປີຜ່ານມາປະກອບມີ 41 ກິດຈະກໍາ ແລະ ໄດ້ຈັດຕັ້ງປະຕິບັດສໍາເລັດລວມ 33 ກິດຈະກໍາ.

ສ່ວນການຈັດຕັ້ງປະຕິບັດໃນການເປີດປີທ່ອງທ່ຽວລາວ 2024 ເລີ່ມແຕ່ເດືອນມັງກອນ – ທັນວາ 2024 ເຫັນໄດ້ວ່ານັກທ່ອງທ່ຽວມາທ່ຽວຊົມ ແຂວງຫຼວງພະບາງ ເພີ່ມຂຶ້ນຢ່າງຫຼວງຫຼາຍເຊັ່ນໃນປີ 2024 ມີນັກທ່ອງທ່ຽວທັງໝົດ 2,326,758 ເທື່ອຄົນ, ນັກທ່ອງທ່ຽວສາກົນ 1,551,334 ເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນ 775,424 ເທື່ອຄົນ ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,297,060 ເທື່ອຄົນເທົ່າ 125% ສາມາດສ້າງລາຍຣັບ 1,209,189,549 ໂດລາສະຫະລັດ.
ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here