ໄຂກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ຮັບຟັງການລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ

0
53

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ກຸມພາ 2025 ທີ່ຫ້ອງປະຊຸມໃຫຍ່ ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ , ບັນດາທ່ານໃນຄະນະກຳມະການຊີ້ນາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024 ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ວັນທີ 5 ກຸມພາ 2025 ທີ່ ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ ວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນຂະແໜງເສດຖະກິດປາຍ ແຫຼມຂະແໜງການໜຶ່ງ ທີ່ຊ່ວຍກະຕຸ້ນເສດຖະກິດ ໃນໄລຍະທີ່ປະເທດຂອງພວກເຮົາ ຍັງຢູ່ໃນ ສະພາບຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເນື່ອງຈາກວ່າການທ່ອງທ່ຽວໄດ້ຊ່ວຍ ສ້າງວຽກເຮັດ ງານທໍາ, ສ້າງລາຍຮັບ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີຄວາມເຂັ້ມແຂງ, ຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມນະໂຍບາຍຂອງ ພັກ ແລະ ລັດຖະບານທີ່ໄດ້ວາງອອກ. ເຫັນໄດ້ຄວາມສໍາຄັນດັ່ງກ່າວ ລັດຖະບານ

ຈຶ່ງໄດ້ຕົກລົງເຫັນດີ ໃຫ້ເປີດປີທ່ອງທ່ຽວລາວ 2024 ພ້ອມທັງສະໜອງງົບປະມານຈໍານວນໜຶ່ງ ເພື່ອໂຄສະນາ ແລະ ຈັດຕັ້ງປະບັດບັນດາກິດຈະກຳທ່ອງທ່ຽວຕ່າງໆ ໃນຂອບເຂດທົ່ວປະເທດໃຫ້ ຢ່າງເປັນຂະບວນການຟົດຟື້ນ ກະຕຸ້ນໃຫ້ມີການເດີນທາງ ແລະ ໃຊ້ຈ່າຍຢູ່ພາຍໃນຫຼາຍຂື້ນ, ພ້ອມ ດຽວກັນນັ້ນກໍໂຄສະນາດຶງດູດນັກທ່ອງທ່ຽວກຸ່ມເປົ້າໝາຍໃຫ້ເຂົ້າມາທ່ອງທ່ຽວລາວເຮົາຫຼາຍຂຶ້ນ.

ນອກຈາກນີ້, ການເປີດປີທ່ອງທ່ຽວ ຍັງເປັນການຟື້ນຟູ, ສົ່ງເສີມ, ອະນຸລັກ ແລະ ປົກປັກ ຮັກສາມໍຣະດົກທາງດ້ານທຳມະຊາດ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ ມີຄວາມຍືນຍົງ ຄຽງຄູ່ກັບປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

ຂ້າພະເຈົ້າເຊື່ອວ່າການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວ ລາວ 2024 ໃນໄລຍະທີ່ຜ່ານມານັ້ນໄດ້ສ້າງຜົນປະໂຫຍດຫຼາຍພໍສົມຄວນ ຕໍ່ປະເທດຊາດຂອງພວກ ລາວເຮົາ ເວົ້າລວມ, ເວົ້າສະເພາະກໍ່ຄືແໜງການທ່ອງທ່ຽວຂອງລາວເຮົາ ໄດ້ຮັບການຍົກລະດັບການ ພັດທະນາຂຶ້ນອີກບາດກ້າວໜຶ່ງ ເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນເທື່ອລະກ້າວ.

ໃນກອງປະຊຸມນີ້ ພວກສະຫາຍ ຈະໄດ້ຮັບຟັງການ ຈະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ ຈາກສະຫາຍລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດຽວກັນນັ້ນ ກໍຈະໄດ້ຮັບຟັງຄໍາຄິດເຫັນຂອງ ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕໍ່ກັບ ການຈັດຕັ້ງປະຕິບັດ ບັນດາກິດຈະກຳລະດັບຊາດ ແລະ ລະດັບທ້ອງຖິ່ນ ເພື່ອພ້ອມກັນຖອດບົດຮຽນ ນໍາໄປສູ່ການປັບປຸງຍົກລະດັບຄຸນນະພາບການບໍລິການ ການທ່ອງທ່ຽວໃຫ້ສູງຂື້ນໃນຕໍ່ໜ້າ.

ເນື່ອງຈາກການທ່ອງທ່ຽວແມ່ນຂະແໜງການບໍລິການທີ່ເປັນຕ່ອງໂສ້ ຊຶ່ງຕິດພັນກັບຫຼາຍຂະແໜງການ ແຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນ ແລະ ຕ້ອງການການມີສ່ວນຮ່ວມຂອງທຸກພາກສ່ວນໃນ ສັງຄົມ, ສະນັ້ນ ໃນກອງປະຊຸມທີ່ມີຄວາມສໍາຄັນນີ້ ຂ້າພະເຈົ້າ ສະເໜີໃຫ້ບັນດາສະຫາຍ ຕາງໜ້າໃຫ້ ແກ່ບັນດາຂະແໜງການ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຈົ່ງໄດ້ມີສ່ວນຮ່ວມປະກອບຄຳຄິດເຫັນ ເພື່ອນໍາໄປສູ່ການປັບປຸງວຽກງານດັ່ງກ່າວ ໃຫ້ມີການພັດທະນາດ້ວຍບາດກ້າວໃໝ່ ແນໃສ່ສ້າງໃຫ້ຂະແ ໜງການດັ່ງກ່າວ ສາມາດເປັນຂະແໜງເສດຖະກິດປາຍແຫຼມ ນໍາເອົາຜົນປະໂຫຍດມາໃຫ້ແກ່ປະເທດ ຊາດຂອງພວກເຮົາຢ່າງແທ້ຈິງ.

LEAVE A REPLY

Please enter your comment!
Please enter your name here