ສອບສວນສຳເລັດ 4 ເລື່ອງ ຄະດີສໍ້ລາດບັງຫຼວງ ພົບຄວາມ ເສຍຫາຍຫຼາຍສົມຄວນ

0
32

ໃນໂອກາດລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວປະ ເທດ ປະຈຳປີ 2024 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 3-4 ກຸມພາ 2025, ທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໃຫ້ຮູ້ວ່າ: ໃນປີຜ່ານມາ, ສຳລັບວຽກງານສະກັດ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການທີ່ກ່ຽວຂ້ອງໄດ້ດໍາເນີນການສອບສວນຄະດີການສໍ້ລາດບັງຫຼວງ ສຳເລັດໄປ 4 ເລື່ອງ, ມີຄວາມເສຍຫາຍທັງໝົດ 115,08 ຕື້ກີບ, 3,2 ລ້ານບາດ, 25,68 ລ້ານໂດລາ ແລະ 7,8 ລ້ານຢວນ.

May be an image of 1 person

ໃນຈໍານວນດັ່ງກ່າວ ສາມາດເກັບກູ້ໄດ້ແລ້ວ 63,62 ຕື້ກີບ, 200.000 ບາດ, 4.700 ໂດລາ ແລະ 5,19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ 51,46 ຕື້ກີບ, 3 ລ້ານບາດ, 25,67 ລ້ານໂດລາ ແລະ 2,63 ລ້ານຢວນ; ມີເປົ້າໝາຍພົວພັນທັງໝົດ 208 ຄົນ, ດໍາເນີນຄະດີ 40 ຄົນ (ຕ່າງປະເທດ 2 ຄົນ), ນໍາໃຊ້ມາດຕະການກັກຕົວ 39 ຄົນ ແລະ ແກ້ໄຂທາງລະບຽບບໍລິຫານ 168 ຄົນ.

May be an image of 2 people, money and text

ກຳລັງດໍາເນີນການສືບສວນ-ສອບສວນ 2 ເລື່ອງ, ມີຄວາມເສຍ ຫາຍທັງໝົດ 382,6 ລ້ານກີບ, 1,6 ລ້ານບາດ ແລະ 7,2 ລ້ານໂດລາ, ເກັບກູ້ໄດ້ 382,6 ລ້ານກີບ, 1,6 ລ້ານບາດ ແລະ 7,2 ລ້ານໂດລາ, ມີເປົ້າໝາຍ ພົວພັນ 6 ຄົນ, ດໍາເນີນຄະດີ 6 ຄົນ, ໃນນີ້ ນໍາໃຊ້ມາດຕະການກັກຕົວ 5 ຄົນ.

May be an image of 2 people and moneyຂ່າວ: ວສລ

LEAVE A REPLY

Please enter your comment!
Please enter your name here