ສະຫາຍ ນາງ ວັນມະນີ ພິມມະສານໄດ້ຮັບຄວາມໄວ້ວາງໃຈເປັນເລຂາຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນອີກສະໄໝ.

0
126

ກອງປະຊຸມ ໃຫຍ່ສະມາຊີກພັກ  ຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2025 ທີ່ຫໍປະຊຸມແຫ່ງຊາດເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ,ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ, ທ່ານ ນາງ ວັນມະນີ ພິມມະສານ ກໍາມະການພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກ ຮາກຖານ ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ມີບັນດາສະຫາຍ ສະມາຊິກພັກສົມບູນ, ສໍາຮອງ  ແລະ ແຂກຖືກເຊີນເຂົ້າຮ່ວມ. ທີ່ປະຊຸມສະມາຊິກພັກ ໄດ້ເຫັນດີເປັນເອກະພາບລົງຄະແນນສຽງ ຮັບຮອງ ສະຫາຍ ນາງ ວັນມະນີ ພີມມະສານ ເປັນ ເລຂາຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນອີກສະໄໝ.

ກອງປະຊຸມ ໄດ້ດໍາເນີນປ່ອນບັດ ເລືອກຕັ້ງເອົາຄະນະພັກຮາກຖານ ຊຸດໃໝ່ 7 ສະຫາຍໄດ້ແກ່ ສະຫາຍ ນາງ ວັນມະນີ ພີມມະສານ, ສະຫາຍ  ນາງ ທັດດາວອນ ສີກະເສີມຄ່ຽມ, ສະຫາຍ ນາງ ໄຊນາລອນ ຈຸນດາຣາ, ສະຫາຍ  ຄໍາພຸດ ສີມມາລາວົງ ສະຫາຍ  ດ່າຍ ສີຫາລາດ, ສະຫາຍ ເວດມາລາ ບົວລະພັນ ແລະ ສະຫາຍ ມະໂມສັກ ໄຊສີລິກຸນ

ກອງປະຊຸມຄັ້ງປະຖົມມະລືກຂອງຄະນະພັກຮາກຖານຊຸດໃໝ່ ໄດ້ພ້ອມກັນຄົ້ນຄວ້າຕົກລົງເປັນເອກະພາບ ເລືອກເອົາເລຂາ, ຮອງເລຂາ ແລະ ກໍາມະການພັກດັງນີ້

ສະຫາຍ ນາງ ວັນມະນີ ພີມມະສານ ເປັນເລຂາຄະນະພັກ, ສະຫາຍ ນາງ ທັດດາວອນ ສີກະເສີມຄ່ຽມ ເປັນຮອງເລຂາ.

ກອງປະຊຸມຄັ້ງປະຖົມມະລືກ ໄດ້ປ່ອນບັດເລືອກຕັ້ງເອົາປະທານ, ຮອງປະທານກວດກາ ພັກດັງນີ້ ສະຫາຍ ນາງ ທັດດາວອນ ສີກະເສີມຄ່ຽມ ເປັນປະທານກວດກາພັກ, ສະຫາຍນາງ ຄໍາສະຫວັດ ສີສຸລາດ, ສະຫາຍ ດ່າຍ ສີຫາລາດ  ເປັນຮອງປະທານກວດກາພັກ.

ທີ່ປະຊຸມຍັງໄດ້ ເລືອກເອົາ ຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກ ນະຄອນຫຼວງວຽງຈັນ ດັ່ງນີ້: ສະຫາຍ ນາງ ທັດດາວອນ ສີກະເສີມຄ່ຽມ, ສະຫາຍ ນາງ ໄຊນາລອນ ຈຸນດາຣາ, ສະຫາຍ ຄໍາພຸດ ສີມມາລາວົງ, ສະຫາຍ ດ່າຍ ສີຫາລາດ, ສະຫາຍ ເວດມາລາ ບົວລະພັນ, ສະຫາຍ ສຸລິຍາ ອຸດົມນະຄອນສີ, ສະຫາຍ ນາງ ຄໍາສະຫວັດ ສີສຸລາດ, ຜູ້ແທນສໍາຮອງ 1ສະຫາຍຄື ສະຫາຍ ມະໂນສັກ ໄຊສິລິກຸນ.

ໃນທີ່ປະຊຸມ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ,ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄດ້ກ່າວມີຄໍາເຫຫັນວ່າ: ຄະ​ນະ​ພັກ​ຮາກ​ຖານ​ຊຸດ​ເກົ່າ​ ໄດ້​ຕີ​ລາ​ຄາ​ຄືນ​ຜົນ​ງານ​ການ​ເຄື່ອນ​ໄຫວ​ການ​ຊີ້​ນຳໆ​ພາຂອງ​ຕົນ​ຄົບ​ຮອບ​ໄລ​ຍະ 5 ປີຜ່ານ​ມາ ແລະ ໄດ້​ເລືອກ​ເອົາ​ຄະ​ນະ​ພັກ​ຮາກ​ຖານ​ຊຸດ​ໃໝ່​ສືບ​ຕໍ່ຜັນ​ຂະ​ຫ​ຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫ​ຍ່​ ຄັ້ງ​ທີ IV ຂອງ​ຄະ​ນະ​ພັກ​ຮາກ​ຖານອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ນະ​ຄອນຫຼວງວຽງ​ຈັນ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຂ້າ​ພະ​ເຈົ້າ ຂໍ​ເນັ້ນ​ໜັກ​ບາງ​ທິດ​ຊີ້​ນຳເພື່ອ​ໃຫ້​ຄະ​ນະ​ພັກ​ຮາກ​ຖານຕ້ອງ​ເອົາ​ໃຈ​ໃສ່ ດັ່ງ​ນີ້ :

  1. ໃຫ້​ສືບ​​ຕໍ່​ເອົາ​ໃຈ​ໃສ່ສຶກ​ສາ​ອົບ​ຮົມການ​ເມືອງ – ແນວ​ຄິດ ແລະ ຖື​ເປັນ​ກົກ, ໃຫ້​ເປັນ​ວຽກ​ຕ້ອງ​ເຮັດ​ກ່ອນ​ໝູ່ ແລະເປັນ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ກົງ​ຂອງ​ຄະ​ນະ​ພັກ​ທຸກ​ຂັ້ນ, ແນ​ໃສ່​ໃຫ້​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ​ຮັບ​ຮູ້, ເຊື່ອມ​ຊືມ, ເຂົ້າ​ໃຈ​ຖືກ​ຕ້ອງ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ ຕື່ນ​ຕົວ​ກຽມ​ພ້ອມ​ຫັນ​ທິດ​ລົງ​ຮາກ​ຖານປະ​ຕິ​ບັດ​ວຽກ​ງານ 3 ສ້າງ ເພື່ອ​ພັດ​ທະ​ນາ​ນະ​ຄອນຫຼວງວຽງ​ຈັນໃຫ້​ເປັນ​ນະ​ຄອນຫຼວງ​ທີ່​ມີ​ຄວາມ​ສີ​ວິ​ໄລ​ກ້າວ​ໜ້າ.
  2. ໃຫ້​ເອົາ​ໃຈ​ໃສ່​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ​ໃຫ້​ໝັ້ນ​ຄົງ, ບໍ່​ໃຫ້​ມີ​ຜົນ​ກະ​ທົບ​ໄປ​ສູ່​ບັນ​ຫາ​ອື່ນ​ທີ່​ຈະ​ກາຍ​ເປັນ​ການ​ຫ​ຍໍ້​ທໍ້​ໃນ​ສັງ​ຄົມ, ຮັບ​ປະ​ກັນ​ໃຫ້​ສັງ​ຄົມ​ມີ​ຄວາມ​ສະ​ຫງົບດ້ວຍ​ການ​ໃຫ້​ຜູ້​ບໍ​ລິ​ໂພກ​ໄດ້​ຮັບ​ຄວາມ​ເປັນ​ທຳ​ທາງ​ດ້ານ​ລາ​ຄາ, ປະ​ລິ​ມານ, ຄຸນ​ນະ​ພາບ ແລະ ທັງ​ເປັນ​ການ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຂອງ​ຂະ​ແໜງ​ການ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລາ​ຄາ​ສິນ​ຄ້າ ໂດຍ​ສະ​ເພາະ​ແມ່ນ​ສິນ​ຄ້າ​ທີ່ກະ​ທົບ​ໄວຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ເປັນ​ຕົ້ນ​ແມ່ນ : ສິນ​ຄ້າປະ​ເພດ​ສະ​ບຽ​ງ​ອາ​ຫານ ​ຫຼີກ​ລ້ຽງ​ການ​ສວຍ​ໂອ​ກາດ​ຂຶ້ນ​ລາ​ຄາ, ຮັບ​ປະ​ກັນ​ການ​ຕອບ​ສະ​ໜອງ​ໃຫ້​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​. ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໂຮງ​ງານອຸດ​ສາ​ຫະ​ກຳປຸງ​ແຕ່ງ, ການ​ນຳ​ເຂົ້າ – ສົ່ງ​ອອກ​ສິນ​ຄ້າ, ການ​ສົ່ງ​ເສີມ​ສິນ​ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ​ລິດ​ຕະ​ພັນ, ມີ​ຈຸດ​ສຸມ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງໃນ​ທິດທີ່​ຕັ້ງ​ໜ້າ​ຢ່າງ​ແທ້​ຈິງ.
  3. ຄະ​ນະ​ພັກ​ຕ້ອງ​ໄດ້​ເປັນ​ແບບ​ຢ່າງນຳ​ໜ້າ​ຫັນ​ທິດ​ລົງ​ຮາກ​ຖານປະ​ຕິ​ບັດ​ວຽກ​ງານ 3 ສ້າງ ໃຫ້​ແຂງ​ແຮງ​ກ້າ​ຄິດ​ກ້າ​ເຮັດກ້າ​ຮັບ​ຜິດ​ຊອບ ແລະ ມອບ​ໝາຍ​ໃຫ້​ເມືອງ ແລະ ບ້ານ ​ນຳ​ພາ​ຈັດ​ຕັ້ງ​ປະ​ຕິ​ບັດ ເພື່ອ​ເຮັດ​ໃຫ້​ຂະ​ບວນ​ການ​ຜະ​ລິດ​ຕະ​ພັນ ໜຶ່ງ​ເມືອງ​ ໜຶ່ງ​ຜະ​ລິດ​ຕະ​ພັນ ຕິດ​ພັນ​ກັບ​ການ​ຊຸກ​ຍູ້ສົ່ງ​ເສີມ 1 ບ້ານ 1 ຜະ​ລິດ​ຕະ​ພັນ ແລະ 1 ເມືອງບໍ່​ໃຫ້ຫຼຸດ 5 ຜະ​ລິດ​ຕະ​ພັນ ຕາມ​ທີ່​ຄະ​ນະ​ພັກ​ນະ​ຄອນຫຼວງວາງ​ໄວ້.
  4. ສຳ​ລັບ​ການກໍ່​ສ້າງ, ປັບ​ປຸງ​ພັກຕ້ອງ​ຖື​​ເອົາ​ຄຸນນ​ະ​ພາບ​ເປັນ​ກົກ. ສະ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ກໍ່​ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ – ແນວ​ຄິດ ແລະ ການ​ຈັດ​ຕັ້ງໃຫ້​ໜັກ​ແໜ້ນ ​ເຂັ້ມ​ແຂງ ຕ້ອງ​ເຂັ້ມ​ງວດ​ປະ​ຕິ​ບັດຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ ເອົາ​ໃຈ​ໃສ່​ກວດ​ກາ​ຕຳ​ນິ​ຕົນ​ເອງ ແລະ ຕິ​ຊົມ​ກັນດ້ວຍ​ຄວາມ​ຈິງໃຈ ເພື່ອ​ພ້ອມ​ກັນ​ກ້າວ​ໜ້າໃນ​ຕໍ່​ໜ້ານີ້ ຕ້ອງ​ຊຸກ​ຍູ້​ແຮງ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ພັດ​ທະ​ນາ ໃຫ້​ເປັນ​ຂະ​ບວນ​ຟົດ​ຟື້ນກວ່າ​ເກົ່າ ແລະ ເດັດ​ດ່ຽວ​ຕ້ານ​ປະ​ກົດ​ການ​ຫ​ຍໍ້​ທໍ້​ຕ່າງໆໃນ​ຖັນ​ແຖວ​ສະ​ມາ​ຊິກ – ພະ​ນັກ​ງານ ໃຫ້​ໝົດ​ໄປເປັນ​ຕົ້ນ​ແມ່ນ​ພະ​ຍາດ​ອາດ​ຍາ​ສິດຂີ່​ຄ້ານ​ມັກ​ງ່າຍ, ເຫີນ​ຫ່າງ​ຈາກ​ມະ​ຫາ​ຊົນ ທີ່​ສວຍ​ໂອ​ກາດສໍ້​ລາດ​ບັງຫຼວງກຸ່ມ​ກ້ອນ ຄົນ​ເຈົ້າ​ຄົນ​ຂ້ອຍ ເອົາ​ໃຈ​ໃສ່ວຽກ​ງານກວດ​ກາ​ພັກກວດ​ກາ​ລັດ​ ແລະຖື​ເປັນຫຼັກ​ການ​ນຳ​ຂອງ​ພັກ. ໃນ​ຕໍ່​ໜ້າ​ຕ້ອງ​ສຸມ​ໃສ່ກວດ​ກາ​ການ​ປະ​ຕິ​ບັດ​ມະ​ຕິ​ຄຳ​ສັ່ງ​ຂອງ​ພັກ, ກວດ​ກາ​ໜ່ວຍ​ພັກ, ຍູ້​ແຮງວຽກ​ງານ​ການກໍ່​ສ້າງ​ໜ່ວຍ​ພັກ​ໃຫ້​ປອດ​ໃສ, ເຂັ້ມ​ແຂງ​, ໜັກ​ແໜ້ນ.
  5. ສະ​ເໜີ​​ປັບ​ປຸງ​​ແບບແຜນ​ການນຳ​ພາ ແລະ ວິ​ທີ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ພັກ ໂດຍ​ສະ​ເພາະ​ແມ່ນຄະ​ນະ​ພັກ​ຮາກ​ຖານຂອງ​ພະ​ແນກອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ຄັ້ງ​ທີ IV ທີ່​ຫາກໍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ກອງ​ປະ​ຊຸມ​ໃຫ​ຍ່​ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ສະ​ມາ​ຊິກ​ພັກ​ທີ່​ມີ​ຄວາມ​ສາ​ມາດ ແລະ ເງື່ອນ​ໄຂ​ຄົບ​ຖ້ວນແມ່ນ​ຜູ້​ໄດ້​ຮັບ​ໄວ້​ວາງ​ໃຈ​ຈາກ​ສະ​ມາ​ຊິກ​ພັກ, ເພີ່ມ​ທະ​ວີ​ຄວາມ​ເປັນ​ປຶກ​ແຜ່ນເປັນ​ແບບ​ຢ່າງ​ນຳ​ໜ້າຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ທາງ​ດ້​ານ​ການ​ເມືອງຂອງ​ຕົນ ​ໃຫ້​ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ສະ​ມາ​ຊິກ​ພັກ​ທັງ​ໝົດທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.
  6. ສະ​ເໜີ​ໃຫ້​ລົງ​ເລິກກວດ​ກາຕິດ​ຕາມ​ການ​ເຄື່ອນ​ໄຫວ​ຢ່າງ​ໃກ້​ຊິດ​ຕິດ​ແທດ​ ໃນ​ບັນ​ດາ​ໜ່ວຍ​ພັກ​ລັດ​ວິ​ສາ​ຫະ​ກິດ ແລະ ບໍ​ລິ​ສັດພາຍ​ໃນ​ນະ​ຄອນຫຼວງວຽງ​ຈັນ ທີ່​ຂຶ້ນ​ກັບ​ຮາກ​ຖານ​ພັກພະ​ແນກອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ນະ​ຄອນຫຼວງວຽງ​ຈັນ ເພື່ອ​ລີກ​ລ້ຽງ​ປະ​ກົດ​ການ​ຫ​ຍໍ້​ທໍ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອາ​ນາ​ຄົດ​, ຊອກ​ໃຫ້​ເຫັນ​ຈຸດ​ອ່ອນ​ຂໍ້​ຄົງ​ຄ້າງ ເພື່ອ​ພ້ອມ​ກັນ​ຊອກ​ຫາ​ທາງ​ອອກ ແລະ ວິ​ທີ​ແກ້​ໄຂໃຫ້​ທັນ​ກັບ​ສະ​ພາບ ແລະ ທັນ​ເວ​ລາ, ສ່ວນ​ຜົນ​ງານ​ທີ່​ຍາດ​ມາ​ໄດ້​ຂອງ​ບັນ​ດາ​ໜ່ວຍ​ພັກ​ດັ່ງ​ກ່າວ ກໍ່​ໃຫ້​ມີ​ການ​ຍ້ອງ​ຍໍ​ສັນ​ສະ​ເສີນ ເພື່ອ​ເປັນ​ການ​ສ້າງ​ຂວັນ ແລະ ກຳ​ລັງ​ໃຈໃຫ້​ບັນ​ດາ​ພະ​ນັກ​ງານ ແລະ ກຳ​ມະ​ກອນ ມີ​ຄວາມ​ກະ​ຕື​ລື​ລົ້ນ ເພື່ອ​ເສີມ​ສ້າງ​ຫົວ​ຄິດ​ປະ​ດິດ​ສ້າງ​ອັນ​ໃໝ່ໆເຂົ້າ​ໃນ​ການ​ຜະ​ລິດ​ສິນ​ຄ້າທີ່​ມີ​ຄຸນ​ນະ​ພາບ ອັນ​ເປັນ​ທີ່ຍອມ​ຮັບ​ຂອງ​ຜູ້​ຊົມ​ໃຊ້​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

 

 

 

LEAVE A REPLY

Please enter your comment!
Please enter your name here