ນະຄອນຫຼວງສັ່ງເຂັ້ມ 9 ຕົວເມືອງເຝົ້າລະວັງພະຍາດລະບົບຫາຍໃຈ ຖ້າພົບເຫັນໃຫ້ຄວບຄຸມຢ່າງທັນການ

0
414

ອີງຕາມ ແຈ້ງການຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເລື່ອງ ເອົາໃຈໃສ່ຕິດຕາມວຽກງານ ເຝົ້າລະວັງ, ປະຕິບັດມາດຕະການກັນ ແລະ ຄວບຄຸມການລະບາດຂອງພະຍາດທາງລະບົບຫາຍໃຈເປັນຕົ້ນ: ໂນໂຣໄວຣັສ ແລະໄວຣັສເຮັດເອັມພີວີ

ພະແນກສາທາລະນະສຸກນະຄອນຫຼວງວຽງຈັນຈຶ່ງອອກແຈ້ງການເຖິງ 9 ຕົວເມືອງໂດຍລະບຸວ່າ:ປະຈຸບັນເຊື້ອໄວຣັດທີ່ເປັນບັນຫາ ແລະ ໄດ້ຮັບຄວາມສົນໃຈຈາກຫຼາຍປະເທດແມ່ນ (HMPV) ທີ່ມີລາຍງານການລະບາດຢູ່ ສປ ຈີນ, ເຊື້ອພະຍາດ HMPV ມີລາຍງານພົບໃນຫຼາຍປະເທດ ໂດຍສະເພາະ ມັກເກີດໃນໄລຍະລະດູໜາວ, ພະຍາດນີ້ເປັນໜຶ່ງໃນສາເຫດທີ່ພາໃຫ້ຄົນເຈັບເຂົ້ານອນປິ່ນປົວໃນໂຮງໝໍດ້ວຍອາການ ອັກເສບປອດ ແຕ່ສ່ວນຫຼາຍບໍ່ມີອາການຮຸນແຮງ ແລະ ຫາຍດີເອງ.
ນອກຈາກນີ້ຍັງມີລາຍງານການລະບາດພະຍາດຈາກ ເຊື້ອ ໂນໂຣໄວຣັສ ຢູ່ ສປ ຈີນ, ໃນວັນທີ 02 ມັງກອນ 2025 ມີລາຍງານກໍລະນີສົງໄສການເກີດລະບາດຂອງພະຍາດ ໂນໂຣໄວຣັສຢູ່ໂຮງຮຽນປະຖົມແຫ່ງໜຶ່ງຢູ່ເມືອງ ຫຼິນຈັ່ງ ແຂວງຢູນນານ ສປຈີນ, ຊຶ່ງລວມທັງໝົດ 121 ກໍລະນີ ແຕ່ ບໍ່ມີກໍລະນີລາຍງານຮຸນແຮງ ແລະ ທຸກກໍລະນີແມ່ນໄດ້ຮັບການປິ່ນປົວທັນເວລາ ບໍ່ມີກໍລະນີເສຍຊີວິດ, ມາຮອດປະຈຸບັນ ທຸກກໍລະນີແມ່ນອາການດີຂຶ້ນ.

May be an image of 1 person
ການຄົ້ນພົບການລະບາດໃນເບື້ອງຕົ້ນໂດຍ ມີລາຍງານເດັກນ້ອຍຈຳນວນຫຼາຍຄົນ ໃນໂຮງຮຽນດັ່ງກ່າວມີອາການເຈັບທ້ອງ, ປວດຮາກ, ຮາກ ແລະ ຖືກນຳສົ່ງເຂົ້າປິ່ນປົວຢູ່ໂຮງໝໍທັນທີ ຕໍ່ເຫດການ ດັ່ງກ່າວນັ້ນໄດ້ມີການແຕ່ງຕັ້ງທິມງານໂຕ້ຕອບໃນພື້ນທີ່ດັ່ງກ່າວ ລົງສອບສວນການລະບາດ ແລະ ເກັບຕົວຢ່າງຈາກຮາກ, ອາຈົມ, ສິ່ງແວດລ້ອມ ແລະ ອາຫານ ໃນໂຮງຮຽນ ເພື່ອກວດຢັ້ງຢືນຫາເຊື້ອ ແລະ ຜົນກວດພົບການຕິດເຊື້ອ ໂນໂຣໄວຣັສ ຈາກ ຮາກ, ອາຈົມ ແລະ ສິ່ງແວດລ້ອມ ແຕ່ບໍ່ພົບໃນອາຫານ ມາຮອດປະຈຸບັນສາມາດຄວບຄຸມການ ລະບາດໄດ້ ພ້ອມທັງເຮັດອະນາໄມຂ້າເຊື້ອໃນໂຮງຮຽນ ແລະ ສະຖານທີ່ໃກ້ຄຽງ.
ລາຍງານການລະບາດຂອງພະຍາດ ອະທິວາ (Cholera) ລະບາດຢູ່ໄທ.
ໃນວັນທີ 03 ມັງກອນ 2025 ມີການລາຍງານການລະບາດຂອງພະຍາດຖອກທ້ອງອະຫິວາ ຢູ່ ແມ່ສອນ, ຈັງຫວັດ ຕາກ ປະເທດໄທ, ມີລາຍງານການຕິດເຊື້ອ 04 ກໍລະນີ (2 ຄົນສັນຊາດໄທ ແລະ 2 ຄົນສັນຊາດຕ່າງປະເທດ) ແລະ ພົບ ຄົນເຈັບທີ່ບໍ່ມີອາການອີກ 03 ຄົນ, ປະຈຸບັນຄົນເຈັບທັງໝົດໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີອາການຕິດເຊື້ອໃໝ່ ເພີ່ມຂຶ້ນ.

No photo description available.
ສໍາລັບ ສປປ ລາວ ໃນໄລຍະຜ່ານມາໄດ້ມີການຕິດຕາມເຝົ້າລະວັງໝວດອາການພະຍາດທາງລະບົບຫາຍໃຈຕາມ ລະບົບເຝົ້າລະວັງແຫ່ງຊາດ ແລະ ການເຝົ້າລະວັງພະຍາດທາງລະບົບຫາຍໃຈສະເພາະໃນແຂວງທີ່ມີຄວາມສ່ຽງ ແຕ່ຍັງບໍ່ ທັນມີການລາຍງານຄົນຕິດເຊື້ອພະຍາດ ພະຍາດທີ່ກ່າວມາຂ້າງເທິງນີ້ ເຖິງຢ່າງໃດກໍ່ຕາມ ເພຶ່ອຕິດຕາມເຝົ້າລະວັງບໍ່ໃຫ້ພະຍາດເກີດລະບາດໃນ ນະຄອນຫຼວງວຽງຈັນ ກໍຄື 09 ເມືອງ ໂດຍ ສະເພາະເມືອງທີ່ມີດ່ານສາກົນ ແລະ ດ່ານຊາຍແດນຕິດກັບ ລາຊາອານະຈັກໄທ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ, ເຝົ້າລະວັງ, ລາຍງານ ແລະ ກະກຽມການໂຕ້ຕອບຕໍ່ການລະບາດຂອງພະຍາດດັ່ງກ່າວ ດັ່ງນີ້:

1.ສະເໜີໃຫ້ ຫ້ອງການສາທາລະນະສຸກເມືອງ ສີໂຄດຕະບອງ, ໄຊເສດຖາ, ໄຊທານີ ແລະ ເມືອງຫາດຊາຍຟອງ ທີ່ ມີດ່ານສາກົນ ປະສານກັບພະນັກງານດ່ານ ໃນການເຝົ້າລະວັງພະຍາດດັ່ງກ່າວຢູ່ໃນດ່ານ ຖ້າພົບກໍລະນີສົງໄສ ໃຫ້ ແຈ້ງຫາພະນັກງານຮັບຜິດຊອບວຽກງານລະບາດ ຢູ່ດ່ານ, ສາທາລະນະສຸກຂັ້ນເມືອງ ແລະ ນະຄອນຫຼວງວຽງຈັນ;
2.ສະເໜີໃຫ້ ຫົວໜ້າຫ້ອງການສາທາລະນະສຸກເມືອງ 09 ເມືອງ ຊີ້ນໍາ ແພດປິ່ນປົວໂຮງໝໍເມືອງ ແລະ ສຸກສາລາ ເພີ່ມທະວີໃນການຕິດຕາມເຝົ້າລະວັງພະຍາດທາງລະບົບຫາຍໃຈ ແລະ ຖອກທ້ອງເປັນນ້ຳກະທັນຫັນ ຖ້າມີ ເຫດການຜິດປົກະຕິໃຫ້ລາຍງານຫາທີມງານລະບາດເມືອງ, ນະຄອນຫຼວງວຽງຈັນ ແລະ ເກັບຕົວຢ່າງເພື່ອສົ່ງ ກວດຫາເຊື້ອສາເຫດ, ຮັບປະກັນໃນການກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມ ອອກເປັນວົງກວ້າງ;

May be an image of 3 people, baby and hospital
3. ສະເໜີໃຫ້ຫົວໜ້າໂຮງໝໍເມືອງ ສືບຕໍ່ສ້າງຄວາມເຂັ້ມແຂງດ້ານການບົ່ງມະຕິພະຍາດ ແລະ ຄຸ້ມຄອງກໍລະນີ ໃຫ້ ທີມງານແພດໂຮງໝໍເມືອງ ແລະ ສຸກສາລາ, ກຽມຄວາມພ້ອມດ້ານອື່ນໆເຊັ່ນ: ກະກຽມຢາ, ອຸປະກອນການປິ່ນປົວ ແລະ ສະຖານທີ່ປິ່ນປົວ ໃຫ້ພຽງພໍ ເພື່ອຮອງຮັບຄົນເຈັບຕິດເຊື້ອພະຍາດທາງລະບົບຫາຍໃຈ ແລະ ຖອກທ້ອງເປັນນໍ້າກະທັນຫັນ ທີ່ຈະມາໃຊ້ບໍລິການໃຫ້ໄດ້ທັນເວລາ.
ພ້ອມນີ້ໃຫ້ຂະແໜງອານະໄມ ແລະ ສົ່ງເສີມສຸຂະພາບ, ຂະແໜງປິ່ນປົວ ແລະ ຟື້ນຟູໜ້າທີ່ການ ເພີ່ມທະວີການເຮັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງເຂັ້ມງວດ ນອກນັ້ນໃຫ້ບັນດາໂຮງໝໍ ພາກລັດ ແລະ ເອກະຊົນ, ກຽມຄວາມພ້ອມດ້ານບຸກຄະລາກອນເພື່ອສົມທົບກັບເມືອງ ໃນການລົງສອບສວນ ແລະ ວາງມາດ ຕະການປ້ອງກັນບໍ່ໃຫ້ພະຍາດລະບາດແຜ່ລາມເປັນວົງກ້ວາງ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ກວດກາຄືນ ແລະ ກະກຽມດ້ານອຸປະກອນເກັບຕົວຢ່າງ ເພື່ອສົ່ງຕົວຢ່າງກໍລະນີສົງໄສໃຫ້ກັບສູນວິເຄາະລະບາດ ວິທະຍາໄດ້ຢ່າງທັນການ.

LEAVE A REPLY

Please enter your comment!
Please enter your name here