ໂຄງການເບຍລາວສານຝັນໃຫ້ນ້ອງ ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມຂ ແລະ ນັກສຶກສາວິທະຍາໄລຄູສະຫວັນນະເຂດເປັນປີທີ 14

0
28
ໂຄງການເບຍລາວ ສານຝັນໃຫ້ນ້ອງ ບໍລິສັດ ເບຍລາວ ຈຳກັດ ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ (ມຂ) ແລະ ນັກສຶກສາວິທະຍາໄລຄູສະຫວັນນະເຂດ ປະຈຳສົກຮຽນ 2024 – 2025. ພິທີມອບ-ຮັບທຶນໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ທີ່ວິທະຍາໄລຄູສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ, ທ່ານ ປອ ນາງ ເພັດສະໝອນ ຂັດຕິຍະວົງ ຄະນະບໍດີຄະນະພາສາ ແລະ ມະນຸດສາດ ມະຫາວິທະຍາໄລສະຫວັນນະເຂດ, ທ່ານ ພົມມາ ໄຊຍະວົງ ຮອງອຳນວຍການວິທະຍາໄລຄູສະຫວັນນະເຂດ, ມີທີມງານຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາ ທັງສອງສະຖາບັນເຂົ້າຮ່ວມ.
ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ ໄດ້ມີຄຳເຫັນວ່າ: ບໍລິສັດເບຍລາວເປັນບໍລິສັດຜະລິດເຄື່ອງດື່ມລາຍໃຫຍ່ຂອງປະເທດ ແລະ ເປັນບໍລິສັດທີ່ຖອກພັນທະໃຫ້ລັດຖະບານ ອັນດັນຕົ້ນໆຂອງປະເທດ. ຜ່ານການມອບທຶນ 14 ປີ ຄະນະຮັບຜິດຊອບໄດ້ມີການປະເມີນຄືນເຖິງໝາກຜົນທີ່ໄດ້ຮັບຈາກການມອບທຶນທີ່ເບຍລາວໄດ້ໃຫ້ການສະໜັບສະໜູນ ໄດ້ເກີດດອກອອກຜົນໜ້ອຍຫຼາຍປານໃດ ແລ້ວຈຶ່ງມີການປັບຮູບແບບຂອງການມອບທຶນໃຫ້ມີຄວາມກະທັດຫັດ, ມີປະສິດທິພາບດີຂຶ້ນ ແລະ ມີຄວາມຍືນຍົງ. ສຳລັບທຶນທີ່ ບໍລິສັດ ເບຍລາວ ນຳມາມອບໃຫ້ແກ່ນັກສຶກສາສົກປີ 2024-2025 ໃນຄັ້ງນີ້ລວມມູນຄ່າທັງໝົດ 151,800,000 ກີບ. ໃນນີ້ມອບໃຫ້ນັກສຶກສາມະຫາວິທະຍາໄລສະຫວັນນະເຂດ ຈຳນວນ 13 ທຶນ ລວມມູນຄ່າ 85,800,000 ກີບ ແລະ ມອບໃຫ້ວິທະຍາໄລຄູສະຫວັນນະເຂດ ຈຳນວນ 10 ທຶນ ລວມມູນຄ່າ 66,000,000 ກີບ. ໂຄງການ ເບຍລາວ ສານຝັນໃຫ້ນ້ອງ ໄດ້ດຳເນີນມາແຕ່ປີ 2010 ຈົນມາຮອດປະຈຸບັນເປັນປີທີ 14 ມີນັກສຶກສາທີ່ໄດ້ຮັບທຶນທັງໝົດ 3,574 ທຶນ ເປັນມູນຄ່າລວມຫຼາຍກວ່າ 11.2​ ຕື້ກີບ. ບໍລິສັດ ເບຍລາວ ຈຳກັດ ມີຄວາມມຸ່ງໝັ້ນ ທີ່ຈະເປັນສ່ວນໜຶ່ງໃນການສົ່ງເສີມຄວາມຍືນຍົງ ໃນການພັດທະນາການສຶກສາໃຫ້ນັກສຶກສາລາວຕໍ່ໄປໃນອະນາຄົດ.
ໂອກາດດັ່ງກ່າວ ທ່ານ ປອ ນາງ ເພັດສະໝອນ ຂັດຕິຍະວົງ ຄະນະບໍດີຄະນະພາສາ ແລະ ມະນຸດສາດ ມະຫາວິທະຍາໄລສະຫວັນນະເຂດ, ທ່ານ ພົມມາ ໄຊຍະວົງ ຮອງອຳນວຍການວິທະຍາໄລຄູສະຫວັນນະເຂດ ກໍ່ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ແລະ ນັກສຶກສາທັງສອງສະຖາບັນໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຄະນະຜູ້ບໍລິຫານບໍລິສັດເບຍລາວ ທີ່ເປັນບໍລິສັດຕົ້ນໆໃນການໃຫ້ທຶນສະຫນັບສະໜູນທາງດ້ານການສຶກສາແກ່ມະຫາວິທະຍາໄລສະຫວັນນະເຂດ ແລະ ວິທະຍາໄລຄູສະຫວັນນະເຂດ ຕະຫຼອດ

LEAVE A REPLY

Please enter your comment!
Please enter your name here