ເພັດນໍ້າໂຂງ ມຸງຄຸນເພັດ ນັກມວຍລາວ ຊຸບເປີສະຕາຣ໌ລາວ ໄດ້ໄຟທ໌ທີ 7 ໃນເວທີ ວັນລຸມພີນີ 88 ຂຶ້ນຊົກກັບ ແກ່ນພິທັກ ໂໜ່ງບາງຊາຍ ນັກມວຍຈາກປະເທດ ຈໍານວນ 3 ຍົກ ໃນວັນສຸກທີ 7 ກຸມພາ 2025 ເລີ່ມແຕ່ເວລາ 19:30 ໂມງ ທີ່ສະໜາມມວຍລຸມພີນີ ນະຄອນຫຼວງບາງກອກ ປະເທດໄທ ຂຶ້ນຊົກເປັນຄູ່ທີ 7 ຊັ້ນ.
ທັງສອງຈະຂຶ້ນຊົກໃນຮຸ່ນ ແຄດຊ໌ເວດ 122 ປອນ ຫຼື 55 ກິໂລກຣາມ ເພັດນໍ້າໂຂງ ອາຍຸ 21 ປີິສູງ 173 ຊັງຕີແມັດ ຈາກຄ້າຍມວຍດັງໃນ ສປປ ລາວ ມຸງຄຸນເພັດ ໃນນະຄອນຫຼວງວຽງຈັນ ມາພ້ອມກັບສະຖິຕິຊົກ 6 ໄຟ ( ຊະນະ 3 ໄຟທ໌ ແລະ ເສຍ 3 ໄຟທ໌ ) ກັບມວຍສີມືຄົບເຄື່ອງ, ເຂົ່າ, ສອກ, ໝັດ ແລະ ເຕະ.
ແກ່ນພິທັກ ອາຍຸ 26 ປີສູງ 169 ຊັງຕີແມັດ ຊ້ອມທີ່ຄ່າຍມວຍບາງແສນໄຟທ໌ຄລັບ ເປັນຄ້າຍມວຍຫຼ້າສຸດໃນປະເທດໄທ ທີ່ເດັດຄວາມໄວ, ຊ້າຍໜ້າ, ຂວາຫຼັງ, ເປັນມວຍຈັງຫວະສີືຄົບເຄື່ອງດັກສາດແຂ້ງໂຕກັບໄວອາວຸດຫຼາກຫຼາຍ ຊົກໄປແລ້ວສ 100 ກວ່າໄຟທ໌ ໃນສຶກມວຍໄທພະລັງໃໝ່ ໃນເວທີຊົກມວຍ 5 ຍົກ, ແຕ່ໃນວັນລຸມພີນີ ຍັງເປັນນ້ອງໃໝ່.