ຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ເປີດກອງປະຊຸມໃຫຍ່ຄັ້ງທີ IV

0
123

ໃນວັນທີ ກຸມພາ 2025 ທີ່ຫໍປະຊຸມແຫ່ງຊາດ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມ ໃຫຍ່ສາຍ ອະນຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ,ເລຂາຄະນະພັກ ນະຄອນຫຼວງວຽງຈັນ, ທ່ານ ນາງ ວັນມະນີ ພິມມະສານ ກໍາມະການພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກ ຮາກຖານ ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ມີບັນດາສະຫາຍ ສະມາຊິກພັກສົມບູນ, ສໍາຮອງ  ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ນາງ ວັນມະນີ ພິມມະສານ ກໍາມະການພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກ ຮາກຖານ ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເນື່ອງຈາກພວກເຮົາຈະໄດ້ພ້ອມກັນຕີລາຄາ ຄືນຢ່າງເລີກເຊິ່ງ ຕໍ່ຜົນງານການນາພາຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນໃນໄລຍະ 5ປີຜ່ານມາ ຍົກໃຫ້ເຫັນຜົນໄດ້ຮັບດ້ານຕັ້ງໜ້າ, ຂໍ້ບົກພ່ອງ ແລະ ບົດຮຽນທີ່ຖອດຖອນໄດ້.

ທ່ານກ່າວວ່າ: ໃນ 5 ປີຜ່ານມາ ຄະນະໜ່ວຍພັກ ໄດ້ເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີ ຄັ້ງທີ IX ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງນະຄອນຫຼວງວຽງຈັນ ກໍຄື ບັນດາມະຕິຕ່າງໆ ຂອງພັກ, ຄຳສັ່ງ, ລະບຽບກົດໝາຍຂອງລັດ, ອົງການປົກຄອງ ແລະ ຂອງພະແນກ ຫັນເຂົ້າສູ່ແຜນວຽກ, ສ້າງແຜນການ, ໂຄງການລະອຽດແຕ່ລະດ້ານ;ຈັດຕັ້ງການຝຶກອົບຮົມ, ສຳມະນາ, ປະຖະກະຖາໃນໂອກາດ ວັນປະຫວັດສາດ ຂອງຊາດ ຂອງພັກ, ວັນເກີດຂອງບັນດາຜູ້ນຳພັກ ແລະ ເອກະສານ ອື່ນໆ ຈຳນວນ 53 ຄັ້ງ ຈໍານວນຜູ້ເຂົ້າຮ່ວມທັງໝົດ: 1.054 ເທື່ອຄົນ ເປັນຍິງ264 ເທື່ອຄົນ; ສົມທຽບໄລຍະ 5 ປີຜ່ານມາ ປະຕິບັດໄດ້ລື່ນຄາດໝາຍ 11 % ແລະ ຈຳນວນຜູ້ເຂົ້າຮ່ວມລື່ນແຜນ 29%

ຜ່ານການເຄື່ອນໄຫວດັ່ງກ່າວເຮັດໃຫ້ ສະມາຊິກພັກ, ພະນັກງານ, ລັດຖະກອນ, ກຳມະກອນຊາວຜູ້ອອກແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຄະນະພັກຮາກຖານ ມີຄວາມຮັບຮູ້ເຂົ້າໃຈ, ເຊື່ອໝັ້ນຕໍ່ການນໍາພາຂອງພັກລັດ ມີຄວາມສາມັກຄີເປັນເອກະພາບພາຍໃນ ມີຄວາມບຸກບືນສູ້ຊົນປະຕິບັດໜ້າທີ່ ການເມືອງຂອງຕົນ, ຕັ້ງໜ້າຫ້າວຫັນປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມທີ່ໄດ້ມອບໝາຍ.

ດ້ານການຈັດຕັ້ງ:ຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ໄດ້ເລັ່ງໃສ່ບັນດາສະມາຊິກພັກ ໃນການຈັດຕັ້ງນຳພາຕາມສາຍວິຊາສເພາະ ເພື່ອຮັບປະກັນການປະຕິບັດຄຳສັ່ງຕ່າງໆ ແລະ ແຜນການດຳເນີນ ທຸລະກິດເປັນແຕ່ລະໄລຍະໃຫ້ມີຜົນສໍາເລັດ, ຖືເອົາການນຳພາຕາມຫຼັກການລວມສູນປະຊາທິປະໄຕ, ມີຄວາມ ເປັນເອກະພາບໃນການປັບປຸງການຈັດຕັ້ງ, ຕ້ານ ແລະ ສະກັດກັ້ນບັນດາແນວຄິດທີ່ຂັດຕໍ່ແນວທາງຂອງພັກ ແລະປະກົດການຫຍໍ້ທໍ້ຕ່າງໆ;

ໄດ້ປັບປຸງການຈັດຕັ້ງພາຍໃນໃຫ້ແທດເໝາະຕາມໂຄງຮ່າງການຈັດຕັ້ງເປັນແຕ່ລະໄລຍະ ຈຳນວນ 3 ຄັ້ງ;ໄດ້ຮັບອະນຸມັດແຕ່ງຕັ້ງເປັນຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຳນວນ 02 ສະຫາຍ (ເປັນຍິງ), ເລື່ອນຕຳແໜ່ງເປັນຫົວໜ້າຂະແໜງ ຈຳນວນ 4 ສະຫາຍ ຍິງ 1 ສະຫາຍ,ຮອງຫົວໜ້າຂະແໜງ ຈໍານວນ 8 ສະຫາຍ ຍິງ 2 ສະຫາຍ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຈນວນ 4 ສະຫາຍ, ຮອງຫົວໜ້າຫ້ອງການອຸດສຫະກຳ ແລະ ການຄ້າເມືອງ 5 ສະຫາຍ ຍິງ 1 ສະຫາຍ;

-ໄດ້ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ຈຳນວນ 35 ສະຫາຍ ເປັນຍິງ 19 ສະຫາຍ ສົມທຽບໃສ່ແຜນ 5 ປີຜ່ານມາ ເຫັນວ່າປະຕິບັດໄດ້ 16,66%; ກວດກາຕີລາຄາການປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສາມາດຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ປະເພດແຂງກວມເອົາ 74,23%, ປະເພດກາງ ກວມເອົາ 14,11%, ປະເພດອ່ອນ ກວມເອົາ 2,45 % ແລະ ບໍ່ໄດ້ຈັດປະເພດ ກວມເອົາ8,58%; ໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ລຽນຕິດ 5 ປີ ມີ 8 ໜ່ວຍພັກ ແລະ ໜ່ວຍພັກທີ່ບໍ່ໄດ້ຮັບລຽນຕິດມີ 2 ໜ່ວຍພັກ.

ໃນວາລະກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຊຸດໃໝ່ ເຊິ່ງຜົນການລົງຄະແນນສຽງເລືອກຕັ້ງທີມຂ່າວຈະໄດ້ນໍາສະເໜີຕື່ມພາຍຫຼັງ.

LEAVE A REPLY

Please enter your comment!
Please enter your name here