ໃນທ້າຍເດືອນຜ່ານມານີ້ ພະແນກອຸດສາ ຫະກຳ ແລະການຄ້າ (ອຄ) ແຂວງສະຫວັນນະເຂດ ໄດ້ຈັດ ພິທີມອບ-ຮັບວຽກງານລະ ຫວ່າງທ່ານ ປອ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກ ອຄ ແຂວງຜູ້ເກົ່າ ແລະທ່ານ ສີໂທ ທໍລະທາ ວ່າການຫົວໜ້າ ພະແນກ ອຄ ແຂວງ ໂດຍມີຄະນະພັກ ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການ ອຄ ເມືອງ/ນະຄອນ, ການຈັດຕັ້ງ ກ່ຽວຂ້ອງ ຕະຫຼອດເຖິງພະນັກ ງານພາຍໃນພະແນກການດັ່ງ ກ່າວເຂົ້າຮ່ວມຢ່າງ ພ້ອມພຽງ.
ໃນພິທີ, ທ່ານ ປອ ວັນແສງ ແກ້ວບຸນພັນ ໄດ້ຂຶ້ນຜ່ານບົດ ລາຍງານການຊີ້ນຳ-ນຳພາ ວຽກງານຂອງຕົນໃນໄລຍະ ຜ່ານມາພ້ອມນັ້ນ, ທ່ານກໍ່ມອບ ວຽກງານຂົງເຂດອຸດສາຫະ ກຳ-ການຄ້າຂອງແຂວງໃຫ້ ທ່ານ ສີໂທ ທໍລະທາ ວ່າການ ຫົວໜ້າພະແນກ ອຄ ແຂວງ ເພື່ອສືບຕໍ່ຊີ້ນຳໆພາ ຕໍ່ໄປແນໃສ່ ເພື່ອໃຫ້ໄດ້ຮັບໝາກຮັບຜົນ ຕາມແຜນການລະດັບຄາດ ໝາຍທີ່ພັກ-ລັດມອບໝາຍ ໃຫ້.
ຈາກນັ້ນ, ໃນພິທິກໍ່ໄດ້ ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະຫວັນນະເຂດ ວ່າ ດ້ວຍການຍົກຍ້າຍພະນັກງານ ສະບັບເລກທີ 64/ຈຂ, ລົງວັນ ທີ 14 ມັງກອນ 2025 ເຊິ່ງໄດ້ ຍົກຍ້າຍທ່ານ ປອ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກ ອຄ ແຂວງ ໄປປະຈຳການ ຢູ່ພະແນກການຕ່າງປະເທດ ແຂວງ ແລະຜ່ານຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງພະນັກງານ ສະບັບ ເລກທີ 78/ຈຂ, ລົງ ວັນທີ 15 ມັງກອນ 2025 ໂດຍ ທ່ານເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ສີໂທ ທໍລະທາ ເປັນ ວ່າການຫົວໜ້າພະແນກ ອຄ ແຂວງ. ຈາກນັ້ນ, ໃນພິທີກໍ່ໄດ້ ມີການລົງນາມໃນບົດບັນທຶກ ມອບ-ຮັບວຽກງານລະຫວ່າງ ຫົວໜ້າພະແນກ ອຄ ແຂວງ ຜູ້ເກົ່າ ແລະວ່າການຫົວໜ້າຜູ້ ໃໝ່ຢ່າງເປັນທາງການ ໂດຍ ມີບັນດາທ່ານແຂກ ພ້ອມດ້ວຍ ຄະນະນຳ ແລະພະນັກງານຫຼັກ ແຫຼ່ງພາຍໃນພະແນກການດັ່ງ ກ່າວເຂົ້າຮ່ວມເປັນສັກຂີພະ ຍານ./.