ງານນະມັດສະການຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025 ຈະຈັດຂຶ້ນໃນວັນທີ 10 - 12 ກຸມພາ 2025, ໃນງານນະມັດສະການຜາສາຫີນວັດພູປີນີ້ ຈະໃຫ້ມີຫຼາຍກິດຈະກໍາ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ແຂກ ກໍຄືນັກທ່ອງທ່ຽວທີ່ມາຮ່ວມງານ.
ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈໍາປາສັກ ໃຫ້ສໍາພາດໃນວັນທີ 3 ກຸມພາ 2025 ນີ້ວ່າ: ຂ້າພະເຈົ້າ ໃນນາມຕາງໜ້າອົງຄະນະພັກ- ອົງການປົກຄອງແຂວງ ແລະ ປະຊາຊົນຊາວແຂວງຈຳປາສັກ ຂໍແຈ້ງຂ່າວກ່ຽວກັບການຈັດງານບຸນນະມັດ ສະການຜາສາດຫີນວັດພູຈຳປາສັກປະຈຳປີ 2025 ທີ່ຈະຈັດຂຶ້ນໃນວັນທີ 10 - 12 ກຸມພາ ນີ້, ໃນງານ ທ່ານຈະໄດ້ຊົມການສະແດງບົດຟ້ອນສິນລະປະພື້ນເມືອງ, ການສະແດງສິນລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ. ພ້ອມນີ້ ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດ໊ອບ), ການແຂ່ງຂັນກິລາພື້ນເມືອງຫຼາກຫຼາຍປະເພດ. ແຕ່ລະຄືນ ຍັງມີການສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງຊາວແຂວງຈໍາປາສັກ. ໃນໄລຍະດຽວກັນ ກໍຈະມີງານບຸນກາເຟ ຢູ່ເມືອງປາກຊ່ອງ. ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍວັນທີ 10 ກຸມພາ ເຊິ່ງຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ມີການສະແດງບົດຟ້ອນສີລະປະ, ການສະແດງສິລະປະລະຄອນຍ້ອນຍຸກ. ຈາກນັ້ນ, ການນໍາແຂວງຈໍາປາສັກ ກໍຈະກ່າວເປີດງານຢ່າງເປັນທາງການ. ຕໍ່ມາກໍຈະມີການລັ່ນກອງໄຊ 9 ບາດ ເພື່ອເປັນນີມິດໝາຍອັນດີແກ່ການເປີດງານ. ພ້ອມນີ້ ກໍຈະມີການຈຸດພຸໄຟ ແສງ ສີ ສຽງ ທີ່ອະລັງການ ຕື່ມອີກ. ວັນທີ 11 ກຸມພາ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກ໋ອບຄົນຈົນ, ກິລາແລ່ນກະເປົ໋າ ແລະ ທ່ຽວງານບຸນຕາມອັດທະຍາໄສ.
ທ່ານ ໂສມ ບຸດຕະກຸນ ກ່າວຕື່ມວ່າ: ໃນວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫຼື ເດືອນສາມເພັງເປັນວັນບຸນມາຄະບູຊາ ເປັນວັນບຸນທີ່ມີຄວາມສໍາຄັນທາງພະພຸດສະສາໜາ, ຕອນເຊົ້າ, ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ. ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ. ໃນງານປີນີ້, ຍັງໄດ້ເຊື້ອເຊີນແຂກຈາກພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼາຍ ເປັນຕົ້ນບັນດາແຂວງຈາກ ສສ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ບັນດາທ່ານເອກອັກຄະລັດຖະທູດຂອງຫຼາຍປະເທດທີ່ປະຈຳຢູ່ ສປປ ລາວ ເຂົ້າມາຮ່ວມງານ ເພື່ອເສີມຂະຫຍາຍມູນເຊື້ອ ປະຫວັດສາດ, ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເປັນການດຶງດູດ ນັກທ່ອງທ່ຽວ.
ຍ້ອນແນວນັ້ນ, ຈິ່ງຂໍເຊີນຊວນບັນດາທ່ານ ການນໍາພັກ – ລັດ, ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ, ນັກທ່ອງທ່ຽວ ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ຈົ່ງໄດ້ຫາໂອກາດຍາດເວລາ ເຂົ້າມາທ່ຽວຊົມ ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປະຈຳປີ 2025 ທີ່ແຂວງຈຳປາສັກ.
ຜາສາດຫີນວັດພູຈໍາປາສັກ ເປັນສະຖານທີ່ທີ່ເກົ່າແກ່ ແລະ ໄດ້ຖືກຈົດທະບຽນຮັບຮອງເຂົ້າເປັນມໍລະດົກໂລກໃນວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທໍາ ຂອງຊາດລາວເຮົາ ມາແຕ່ສະໄໝບູນຮານນະການ.