ສປປ ລາວ ສະເໜີເຈດຈໍານົງຮັບເປັນເຈົ້າພາບຈັດງານແຂ່ງຂັນກີລານັກຮຽນອາຊຽນ ຄັ້ງທີ 18 ໃນປີ 2029 ພາຍຫຼັງທີ່ຖືກສະເໜີຊື່ໃຫ້ເລືອກເປັນເຈົ້າພາບລະຫວ່າງປີ 2025-2029 ໂດຍປະກາດໃນພິທີມອບ-ຮັບໃບຍ້ອງຍໍຈາກກະຊວງ ສສກ ໃຫ້ແກ່ຄູຝຶກ ແລະ ນັກກີລາຮັກຮຽນລາວ ທີ່ສ້າງຜົນງານໃນງານກີລານັກຮຽນອາຊຽນ ຄັ້ງທີ 13 ທີ່ຜ່ານມາ ໂດຍພິທີດັ່ງກ່າວ ໃນວັນທີ 31 ມັງກອນ 2025 ທີ່ຫ້ອງການຄະນະກຳມະການໂອແລມປີກແຫ່ງຊາດລາວ ຫຼື ຄອລ.
ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານສະຫະພັນກີລາສາມັນລາວ ແລະ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກີລາລະດັບສູງ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ພະນັກງານທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມ.
ໂອກາດນີ້, ທ່ານ ອຳໄພວັນ ກວ້າງມະນີວັນ ຮອງຫົວໜ້າກົມກີລາມວນຊົນ, ພະລະ ແລະ ສິລະປະສຶກສາ ລາຍງນໃຫ້ຮູ້ວ່າ: ການແຂ່ງຂັນກີລານັກຮຽນອາຊຽນ ຈັດຂຶ້ນຢູ່ທີ່ ນະຄອນ ດາໜັງ ສສຫວຽດນາມ ແມ່ນເລີ່ມແຂ່ງຂັນນັບແຕ່ວັນທີ 30 ພຶດສະພາ ຫາ ວັນທີ 6 ມິຖຸນາ 2024 ມີນັກກີລາຈາກ 10 ຊາດໃນຂົງເຂດອາຊຽນເຂົ້າຮ່ວມ ບໍ່ມີພຽງ ຕີມໍ ເລສເຕ ງານດັ່ງກ່າວ ໄດ້ບັນຈຸ 6 ປະເພດກີລາ ເຂົ້າແຂ່ງຂັນ ມີການຊິງຫຼຽນທັງໝົດ 356 ຫຼຽນ, ສປປລາວ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນ 6 ປະເພດ ຄື: ແລ່ນ-ລານ, ລອຍນ້ຳ, ດອກປີກໄກ່, ບານບ້ວງ, ປັນຈັກຊິລັດ ແລະ ໂວວິນນາມ ລວມມີຄະນະນຳ, ຄູຝຶກ ແລະ ນັກກີລາທັງໝົດ 87 ຄົນ, ຍິງ 20 ຄົນ ຜ່ານການແຂ່ງຂັນນັກກີລານັກຮຽນທີມຊາດລາວ ສາມາດຍາດໄດ້ 01 ຫຼຽນເງິນ ແລະ 03 ຫຼຽນທອງ ລວມ 04 ຫຼຽນ ຖືກຈັດຢູ່ອັນດັບທີ 9
ທ່ານ ອຳໄພວັນ ກວ້າງມະນີວັນ ລາຍງານໃຫ້ຮູ້ຕື່ມອີກວ່າ: ງານກີລານັກຮຽນອາຊຽນ ຄັ້ງທີ 14 ຕໍ່ໄປ ແມ່ນ ປະເທດບຣູໄນດາຣູຊາລາມ ໄດ້ຮັບກຽດ ເປັນເຈົ້າພາບ, ຊຶ່ງການ ມອບ-ຮັບ ການເປັນປະທານສະພາກີລານັກຮຽນອາຊຽນຈາກປະເທດອິນໂດເນເຊຍ ໃຫ້ ສປປລາວ ເປັນປະທານ ຊຶ່ງເລີ່ມຈັດຕັ້ງປະຕິບັດແຕ່ ວັນທີ 1 ມັງກອນ 2025 ເຖິງ ວັນທີ 31 ທັນວາ 2026, ຄົ້ນຄວ້າການເປັນເຈົ້າພາບຕາມວາລະປະຕິທິນ ນັບແຕ່ປີ 2025-2029, ໃນກອງປະຊຸມດັ່ງກ່າວ ສປປ ລາວ ເຮົາໄດ້ສະເໜີເຈດຈໍານົງຮັບເປັນເຈົ້າພາບຈັດງານແຂ່ງຂັນກີລານັກຮຽນອາຊຽນ ຄັ້ງທີ 18 ໃນປີ 2029 ລາຍລະອຽດດັ່ງນີ້: ປີ 2025 ປະເທດບຣູໄນດາຣູຊາລາມ ເປັນເຈົ້າພາບ ຄັ້ງທີ 14 ສ່ວນປີ 2026 ປະເທດມຽນມາ (ຂໍຄຳເຫັນຈາກລັດຖະບານໃຫ້ຄຳຕອບຕາມພາຍຫຼັງ) ຄັ້ງທີ 15, ປີ 2027 ປະເທດກຳປູເຈຍ ຄັ້ງທີ 16, ປີ 2028 ປະເທດໄທ ຄັ້ງທີ 17 ແລະ ປີ 2029 ສປປລາວ ຄັ້ງທີ 18.
ຂ່າວ: Larh Creators ; ຮູບຈາກ: ສົງການ ພັນແພງດີ