ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 03 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງ ກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 02 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
1. ລາຍງານ ກ່ຽວກັບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກ ງານພົ້ນເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2025 ຂອງລັດຖະບານ; ການກະກຽມກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2025; ຄວາມພ້ອມໃນການປັບປຸງກົດໝາຍ 3 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງ ຖິ່ນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ; ການກະກຽມເຂົ້າຮ່ວມງານວາງສະແດງໂລກ (World EXPO) 2025, ທີ່ Osaka, ປະເທດຍີ່ປຸ່ນ; ຜົນສໍາເລັດການກໍານົດເຂດແດນເຊື່ອມຕໍ່ ລະ ຫວ່າງ ນະຄອນຫຼວງ, ແຂວງ ກັບ ແຂວງ ທົ່ວປະເທດ ແລະ ລາຍງານຂໍທິດຊີ້ນໍາວຽກງານສ້າງຕັ້ງຕາແສງ ໃນຕໍ່ໜ້າ.
2. ຮ່າງຍຸດທະສາດ ການບໍລິຫານລັດແບບດີຈີຕອນ;
3. ຮ່າງດຳລັດ ວ່າດ້ວຍ ກະສິກຳສະອາດ;
4. ຮ່າງດຳລັດ ວ່າດ້ວຍ ສິນເຊື່ອກາກບອນ;
5. ຮ່າງດຳລັດ ວ່າດ້ວຍ ເຂດສະຫງວນທາງລົດໄຟແຫ່ງຊາດ;
6. ຮ່າງດຳລັດ ວ່າດ້ວຍ ການເອົາເດັກໄປເປັນລູກລ້ຽງ;
7. ຮ່າງດໍາລັດ ວ່າດ້ວຍ ນັກຄົ້ນຄວ້າວິທະຍາສາດ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະ ພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ້ງຕ່າງໆຢູ່ໃນພາກພື້ນ ແລະ ສາກົນ, ການແຂ່ງຂັນທາງດ້ານເຕັກໂນໂລຊີ, ການປັບປ່ຽນນະໂຍບາຍໃໝ່ ຂອງປະເທດມະຫາອຳນາດ, ບັນຫາໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະ ບັນຫາລາຄາສິນຄ້າ, ຄ່າຄອງຊີບສູງ, ການແກ້ໄຂບັນຫາໜີ້ສິນ, ບັນຫາມົນລະພິດທາງອາກາດ, ລວມທັງ ການປ້ອງກັນພະຍາດຕາມລະດູການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ເຊິ່ງບັນຫານີ້ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການແກ້ໄຂ ໃນໄລຍະກາງ ແລະ ໄລຍະຍາວ ທີ່ໄດ້ວາງອອກໃນໄລຍະຜ່ານມາ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.