ໃນວັນທີ 31 ມັງກອນຜ່ານມານີ້ໄດ້ມີພິທີມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະກອງພັນໃຫຍ່ 702 ແລະ ກອງພັນໃຫຍ່ 703 ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ຜູ້ເກົ່າ ໄດ້ສະຫຼຸບ ຕີລາຄາຄືນໂດຍຫຍໍ້ໃນການນໍາພາ-ຊີ້ນໍາທຸກຂົງເຂດວຽກງານຕົວຈິງໃນໄລຍະຜ່ານມາ, ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ ແລະ ມີຄວາມຮັບຜິດຊອບສູງຕໍ່ການນໍາພາຂອງກົມກອງ ໂດຍສະເພາະວຽກງານການເມືອງ, ການຈັດຕັ້ງ, ການນໍາພາປັບປຸງລະບຽບແຜນວິທີເຮັດວຽກ ບົ້ນພື້ນຖານຫຼັກການລວມສູນປະຊາທິປະໄຕ, ນໍາພາກໍ່ສ້າງພັກ-ກໍ່ສ້າງພະນັກງານ ຕິດພັນກັບການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງກົມກອງ-ນັກຮົບວັດທະນະທໍາ ໄປຄຽງຄູ່ກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຫັນວ່າມີຜົນສໍາເລັດ.
ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ (ຜູ້ໃໝ່) ຢ່າງເປັນທາງການ. ພ້ອມນັ້ນ, ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ໄດ້ມອບເງິນອຸດໜູນຂອງກົມກອງ ໃຫ້ນາຍທະຫານ ທີ່ໄດ້ຮັບນະໂຍບາຍພັກການ ຮັບບໍານານ ຕື່ມອີກ.
ໂດຍ: ນັກຂ່າວ ກອງບັນຊາການທະຫານອາກາດ