ເອສະຣາ ເອັຟຊີ ຟອມຮ້ອນແຮງຢ່າງຕໍ່ເນື່ອງນັດຫຼ້າສຸດຢໍ້າແຄ້ນ ຊ້າງນ້ອຍ ເອັຟຊີ ແຊັມເກົ່າ 1-0 ໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2024/2025 ເມື່ອວັນທີ 2 ກຸມພາ 2025 ເຮັດໃຫ້ໜີຫ່າງອັນດັບ 2 ໄປ 6 ຄະແນນເກັບໂອກາດສູງໃນການສ້າງປະຫວັດສາດຄວ້າແຊັມບານເຕະລີກສູງສຸດຂອງ ສປປ ລາວ ເພາະເຫຼືອການແຂ່ງຂັນອີກ 3 ນັດສຸດທ້າຍເທົ່ານັ້ນ.
ເອສະຣາ ເອັຟຊີ ລົງສະໜາມນັດທີ 11 ພົບກັບ ຊ້າງນ້ອຍ ເອັຟຊີ ເຊິ່ງເປັນການແຂ່ງຂັນຮອບຂາກັບ ໂດຍນັດນີ້ແຂ່ງຂັນທີ່ບ້ານຂອງຊ້າງນ້ອຍ ເອັຟຊີ ທີ່ສະໜາມ ມະຫາວິທະຍາໄລແຫ່ງຊາດ ປາກົດວ່າ: ເກມສູສີກັນ ກ່ອນທີ່ນາໆ 77 ເປັນ ໂຈນີ ແຫວນປະເສີດ ກອງໜ້າຕົວເກັ່ງຂອງ ເອສະຣາ ເອັຟຊີ ມາຍິງປະຕູໄຊໃຫ້ກັບ ທີມເອົາຊະນະ ຊ້າງນ້ອຍ ເອັຟຊີ 1-0 ເຮັດໃຫ້ ເອສະຣາ ເອັຟຊີ ຢໍ້າແຄ້ນ ຊ້າງນ້ອຍ ເພາະຮອບຂາໄປ 4-3.
ນອກນັ້ນ, ເອສະຣາ ເອັຟຊີ ຍັງມີໂອກາດສູງທີ່ຈະຄວ້າແຊັມ ເປບຊີ ລາວລີກ 1 ສະໄໝທໍາອິດ ເພາະປັດຈຸບັນມີ 31 ຄະແນນຈາກການລົງແຂ່ງຂັນ 11 ນັດ ( ຍັງເຫຼືອອີກ 3 ນັດຈົບລີກ ), ອັນດັບ 2 ຊ້າງນ້ອຍ ເອັຟຊີ ມີ 25 ຄະແນນ, ອັນດັບ 3 ມາສເຕີ 7 ເອັຟຊີ ມີ 25 ຄະແນນ, ອັນດັບ 4 ຫຼວງພະບາງ ມີ 18 ຄະແນນ, ອັນດັບ 5 ນໍ້າທາ ຢູໄນເຕັດ ມີ 11 ຄະແນນ, ອັນດັບ 6 ກອງທັບ ເອັຟຊີ ມີ 10 ຄະແນນ, ອັນດັບ 7 ມາສດ້າ ວຽງຈັນ ເອັຟຊີ ມີ 5 ຄະແນນ ແລະ ອັນດັບ 8 ຈໍາປາສັກ ເອັຟຊີ ມີ 3 ຄະແນນ.
ສໍາລັບ ອີກ 3 ນັດທີ່ເຫຼືອຂອງ ເອສະຣາ ເອັຟຊີ ເຄີຍຊະນະມາໝົດແລ້ວໃນຮອບຂາໄປ ມີນັດລົງສະໜາມດັ່ງນີ້:
-ວັນທີ 8 ກຸມພາ 2025 ເອສະຣາ ເອັຟຊີ ເປີດບ້ານພົບ ມາສເຕີ ເອັຟຊີ
-ວັນທີ 23 ກຸມພາ 2025 ຫຼວງພະບາງ ເປີດບ້ານພົບ ເອສະຣາ ເອັຟຊີ
-ວັນທີ 1 ມີນາ 2025 ມາສດ້າ ວຽງຈັນ ເອັຟຊີ ເປີດບ້ານພົບ ເອສະຣາ ເອັຟຊີ
ຂ່າວ: Larh Creators ; ຮູບຈາກ: Lao League 1 ລາວລີກ 1