MK20 ວິດອນ ແກ້ວພົງສິດ ຈາກເມືອງປາກທາ ຄວ້າມົງກຸດ ນາງ ສາວດອກງິ້ວບານ ປະຈໍາປີ 2025

0
42

ກອງປະກວດນາງສາວດອກງິ້ນບານ ຮ່ວມກັບ ຄະນະບໍລິຫານງານ ຊາວໜຸ່ມ ແຂວງບໍ່ແກ້ວ ຈັດງານປະກວດໃນເວທີ ນາງສາວດອກງິ້ວບານ 2025 ພາຍໃຕ້ຄໍາຂວັນ “ ບໍ່ແກ້ວມະນີລໍ້າຄ່າ ຊົມປ່າດອກງິ້ວບານ ຊົມຖໍ້ານໍ້າຍູ້ ອູ່ສາວລາວຍວນ ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສະວັນນະຜ້າຄໍາ ” ເມື່ອວັນທີ 2 ກຸມພາ 2025.

ໂດຍຜູ້ເຂົ້າຮອບ 20 ຄົນສຸດທ້າຍ ມີດັ່ງນີ້:
-ຈາກເມືອງປາກທາ 2 ນ້ອງ: ນາງ ອາລິສອນ ແກ້ວວົງເດືອນ ແລະ ນາງ ວິດອນ ແກ້ວພົງສິດ
-ຈາກເມືອງຕົ້ນເຜິ້ງ 6 ນ້ອງ: ນາງ ແຕງໂມ ວັດທະນາ, ນາງ ຝ້າຍ ແສງພະຈັນ, ນາງ ສຸພັນສາ ວັນນະວົງ, ນາງ ສາຍຝົນ ວັດທະນາ, ນາງ ສີອໍາໄພ ແສນປະເສີດ ແລະ ນາງ ນີ ສຸວັນນະສີ.
-ຈາກເມືອງຫ້ວຍຊາຍ 9 ນ້ອງ: ນາງ ບຸນຄຽນ ແພງອາລຸນ, ນາງ ແພພອຍໄພລິນ ອຸດົມລິດ, ນາງ ຄໍາພາ ຈັນຕະກອນ, ນາງ ວິພາດາ ອິນພະຫຍາ, ນາງ ເກການດາ ວູ່ປັນໂຍ, ນາງ ຈັນມະນີ ອິນທະວົງ, ນາງ ວຽງວິໄລ ທອງສະບາ, ລັດສະໝີ ພົມມະຈັກ ແລະ ນາງ ວໍລະນິດ ທະລີຈັນ.
-ຈາກເມືອງຜາອຸດົມ 2 ນ້ອງ: ນາງ ສາຍຝົນ ເພັດຊະລາດ ແລະ ນາງ ຮົ່ວຈົວ ຢ່າງໄຊຄື.
-ຈາກເມືອງເມິງ 1 ນ້ອງ: ນາງ ອານິວົງ ລາວເປີ.

ຜ່ານການປະກວດປາກົດວ່າ:
1.MK20 ນ້ອງ ວິດອນ ແກ້ວພົງສິດ ຈາກເມືອງປາກທາ ຄວ້າມົງກຸດໄປຄອງ ພ້ອມໄດ້ຮັບລາງວັນ 100 ລ້ານກີບ ແລະ ລົດຈັກ 1 ຄັນ
2.ຮອງຊະນະເລີດອັນດັບ 1: MK19 ວໍລະນິດ ທະລີຈັນ ຈາກເມືອງຫ້ວຍຊາຍ ໄດ້ຮັບລາງວັນ 70 ລ້ານກີບ.
3.ຮອງອັນດັບ 2: MK18 ລັດສະໝີ ພົມມະຈັກ ຈາກເມືອງຫ້ວຍຊາຍ ໄດ້ຮັບລາງວັນ 50 ລ້ານກີບ
4.ຮອງອັນດັບ 3: MK3 ຝ້າຍ ແສງພະຈັນ ຈາກເມືອງຕົ້ນເຜິ້ງ ໄດ້ຮັບລາງວັນ 30 ລ້ານກີບ
ຂ່າວ: Larh Creators ; ຮູບຈາກ: Miss Kapok ນາງສາວດອກງິ້ວບານ

LEAVE A REPLY

Please enter your comment!
Please enter your name here