ໂຄງການເບຍລາວ ສານຝັນໃຫ້ນອງຂອງບໍລິສັດເບຍລາວຈຳກັດມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລຈຳປາສັກ ແລະນັກສຶກສາວິທະຍາໄລຄູປາກເຊ ປະຈຳປີ 2025 ຈັດຂຶ້ນໃນວັນທີ 28 ມັງກອນ 2025 ທີ່ມະຫາວິທະຍາໄລຈຳປາສັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍ ກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ , ທ່ານ ທັນ ຊໍ ອຳນວຍການໂຮງງານເບຍລາວ ແຂວງຈຳປາສັກ, ທ່ານ ຄຳພາ ຫອມສົມບັດ ຮອງອະທິການບໍດີມະຫາວິທະຍາໄລຈຳປາສັກ, ທ່ານ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ, ມີບັນດາຄະນະຮັບຜິດຊອບໂຄງການໃຫ້ທືນການສຶກສາຂອງບໍລິສັດເບຍລາວ ແລະ ສອງສະຖາບັນ, ພ້ອມອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ.
ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍ ກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ໄດ້ມີຄຳເຫັນ ວ່າ: ໂຄງການເບຍລາວສານຝັນໃຫ້ນ້ອງທາງບໍລິສັດເບຍລາວໄດ້ມີຄວາມເອົາໃຈໃສ່ຕໍ່ການດຳເນີນທຸລະກິດຂອງຕົນຢ່າງຕັ້ງໜ້າ, ຄຽງຄູ່ກັບການປະຕິບັດພັນທະຕໍ່ພັກລັດ, ທີ່ສຳຄັນແມ່ນນະໂຍບາຍຊ່ວຍເຫຼືອສັງຄົມ ໂດຍສະເພາະການມອບທຶນນັກສຶກສາ ໃຫ້ແກ່ນັກສຶກສາ ທີ່ໄດ້ດຳເນີນມາແຕ່ປີ 2010 ມາຮອດປັດຈຸບັນ ມີມູນຄ່າຫຼາຍກວ່າ10 ຕື້ກີບ. ໃນສະຖາບັນການສຶກສາ ໃນທົ່ວປະເທດ ສຳລັບແຂວງຈຳປາສັກ ແມ່ນມະຫາວິທະຍາໄລຈຳປາສັກ ແລະ ວິທະຍາໄລຄູປາກເຊ ທີ່ມີເປົ້າໝາຍຂອງໂຄງການນີ້ແມ່ນມອບໃຫ້ນັກສຶກສາທີ່ຮຽນດີ, ຮຽນເກັ່ງ ແລະຂາດເຂີນ, ດ້ອຍໂອກາດ ເພື່ອຊຸກຍູ້ສົ່ງເສີມເປັນສ່ວນໜຶ່ງໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ
ສຳລັບທຶນທີ່ບໍລິສັດເບຍລາວ ນຳມາມອບໃຫ້ແກ່ນັກສຶກສາສົກປີ2024-2025ໃນຄັ້ງນີ້ ມອບໃຫ້ນັກສຶກສາມະຫາວິທະຍາໄລ ຈຳປາສັກ 13 ທຶນ ເປັນເງິນ 85ລ້ານ8ແສນກີບ ແລະ ວິທະຍາໄລຄູປາກເຊ 5ທຶນ ເປັນເງິນ 33ລ້ານກີບ.