ເປັນຂ່າວດີສໍາລັບ ເມື່ອສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດແຜນງານໂດຍສະເພາະໃນປີ 2025 ຈະມີການຈັດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດໃນ ສປປ ລາວ ຄາດຈະຈັດຂຶ້ນໃນທ້າຍປີ 2025.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວໃນກອງປະຊຸມໃຫຍ່ສະໄໝສາມັນ ເມື່ອກາງເດືອນມັງກອນ 2025 ວ່າ: ສໍາລັບວຽກງານເຕັກນິກວິທະຍາ ແລະ ພັດທະນາ ກໍານົດ 10 ລາຍການເຄື່ອນໄຫວດັ່ງນີ້:
1.ຈັດຝຶກອົບຮົມຄູຝຶກລະດັບ LFF/AFC – Pro Diploma Coaching Course (ຄັ້ງ ທໍາອິດ ໃນ ສ ປ ປ ລາວ)
2.ລິເລີມຄັດນັກກີລາທີ່ມີພອນສະຫວັນ ໂຄງການ FIFA Talent Development Scheme
3.ຈັດຝຶກອົບຮົມຄູຝຶກລະດັບ C 3 ຄັ້ງ LFF/AFC – C Diploma Coaching Courses
4.ຈັດຝຶກອົບຮົມຄູຝຶກລະດັບ B LFF/AFC – B Diploma Coaching Course
5.ຈັດຝຶກອົບຮົມຄູຝຶກປະຕູ ລະດັບ 3 LFF/AFC – Goalkeeping C Coaching Course
6.ຈັດຝຶກອົບຮົມ AFC Futsal Level 2 Coaching Course
7.ຈັດການ ແຂ່ງບານເຕະເຍົາວະຊົນພາຍໃຕ້ໂຄງການ FIFA Talent Development Scheme ຮຸ້ນອາຍຸບໍ່ເກີນ 10ປີ, 12ປີ, 14 ປີ, 16ປີ ຊາຍ ແລະ 16ປີ ຍິງ.
8.ຈັດກິດຈະກຳບານເຕະໃນໂຮງຮຽນ FIFA Football for Schools
9.ຈັດກິດຈະກໍາບານເຕະຂັ້ນພື້ນຖານ 2 ຄັ້ງ
10.ຈັດກິດຈະກຳບານເຕະຍິງ 2 ຄັ້ງ
ຂ່າວ-ຮູບຈາກ: Larh Creators ; ຮູບຈາກ: ສຕລ