ຟີລິບປິນ ວາງເປົ້າໝາຍຫຼຸດອັດຕາຄວາມທຸກຍາກ ໃນປີ 2025 ໃຫ້ເຫຼືອ 13,2%

0
48

ທ່ານ ອາຣເຊນິໂອ ບາລິຊາກັນ ເລຂາທິການໃຫຍ່ອົງການເສດຖະກິດ ແລະ ການພັດທະນາແຫ່ງຊາດຟີລິບປິນ (NEDA) ກ່າວວ່າ: ລັດຖະບານຟີລິບປິນ ວາງເປົ້າໝາຍທີ່ຈະຫຼຸດອັດຕາຄວາມທຸກຍາກຂອງປະເທດລົງໃຫ້ເຫຼືອ 13,2% ຫຼື ຕໍ່າກວ່າໃນປີ 2025 ແລະ ຈະພະຍາຍາມຫຼຸດໃຫ້ຢູ່ໃນລະດັບຕົວເລກຫຼັກດຽວ ໃນປີ 2028.

อาจเป็นรูปภาพของ 10 คน และ ฝูงชน

ອັດຕາຄວາມທຸກຍາກຂອງຟີລິບປິນໄດ້ຫຼຸດລົງຈາກ 18,1% ໃນປີ 2021 ມາເປັນ 15,5% ໃນປີ 2023 ເຊິ່ງໝາຍຄວາມວ່າມີປະຊາຊົນຊາວຟີລິບປິນ 2,4 ລ້ານຄົນ ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ.

ທ່ານ ບາລິຊາ ຄາດວ່າ: ອັດຕາຄວາມທຸກຍາກໃນປະເທດຟີລິບປິນຈະຫຼຸດລົງຕື່ມອີກ ເມື່ອມີການເປີດເຜີຍຂໍ້ມູນຄວາມທຸກຍາກໃໝ່ ເນື່ອງຈາກປະສິດທິພາບທີ່ດີຂອງຕະຫຼາດແຮງງານ ແລະ ອັດຕາເງິນເຟີ້ທີ່ຊະລໍຕົວລົງໃນປີ 2024.

ທ່ານກ່າວຕື່ມວ່າ: ລັດຖະບານຟີລິບປິນ ຈະສືບຕໍ່ຊຸກຍູ້ການເຕີບໂຕເສດຖະກິດໃຫ້ສູງຂຶ້ນແຕ່ 6 – 8% ແລະ ໃຊ້ມາດຕະການຢ່າງຕັ້ງໜ້າ ເພື່ອຮັກສາອັດຕາເງິນເຟີ້ດ້ານສະບຽງອາຫານໃຫ້ຢູ່ໃນລະດັບ 2 – 4%.

ເສດຖະກິດ ຟີລິບປິນ ເຕີບໂຕໂດຍສະເລ່ຍ 5,8% ໃນສາມໄຕມາດທຳອິດ ( ມັງກອນ – ກັນຍາ ) ຂອງປີ 2024 ໂດຍທຸກຂະແໜງການລາຍງານຕົວເລກການໃຊ້ຈ່າຍກັບຄືນສູ່ລະດັບກ່ອນການແຜ່ລະບາດໂຄວິດ – 19 ແລ້ວ.

LEAVE A REPLY

Please enter your comment!
Please enter your name here