ລວມຍອດຜະລິດຕະພັນພາຍໃນ ຫຼື GDP ສ.ເກົາຫຼີ ໃນໄຕມາດສຸດທ້າຍຂອງປີ 2024 ຂະຫຍາຍຕົວ 1,2% ຕໍ່າກວ່າການຄາດຄະເນຂອງນັກເສດຖະສາດ ເຊິ່ງໝົດປີ 2024 ເສດຖະກິດຂະຫຍາຍຕົວ 2% ນັກວິເຄາະຊີ້ວິກິດການທາງການເມືອງກົດໜ່ວງເສດຖະກິດໃຫ້ອ່ອນແອ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ເສດຖະກິດ ສ.ເກົາຫຼີ ໄຕມາດ 4 ປີ2024 ຂະຫຍາຍຕົວ1,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງເປັນການຂະຫຍາຍຕົວຕໍ່າທີ່ສຸດໃນຮອບ 6 ໄຕມາດ ແລະ ຍັງຕໍ່າກວ່າຕົວເລກທີ່ນັກເສດຖະສາຄາດຄະເນໄວ້ທີ່ 1,4% ລວມທັງຍັງຕໍ່າກວ່າການຂະຫຍາຍຕົວຂອງໄຕມາດ3 ທີ່ຂະຫຍາຍຕົວລະດັບ 1,5%.
ນອກຈາກນີ້ ເມື່ອປຽບທຽບເປັນລາຍໄຕມາດ ການເຕີບໂຕຂອງ ຈີດີພີ ກໍຕໍ່າກວ່າທີ່ຄາດການໄວ້ ໂດຍເສດຖະກິດຂະຫຍາຍຕົວພຽງ 0,1% ຈາກທີ່ນັກເສດຖະສາດຄາດຄະເນໄວ້ 0,2%.
ຢ່າງໃດກໍຕາມ ການເຕີບໂຕຂອງ ຈີດີພີ ໃນປີ 2024 ຢູ່ທີ່ 2% ເຊິ່ງສູງກວ່າປີຜ່ານມາ ທີ່ຂະຫຍາຍຕົວ 1,4%.
ນັກເສດຖະສາດ ຍັງຄາດການວ່າເສດຖະກິດຂອງ ສ.ເກົາຫຼີ ໃນປີ 2025 ຈະຢູ່ທີ່ 1,1% ເຊິ່ງຕໍ່າກວ່າການຄາດຄະເນຫຼ້າສຸດຂອງທະນາຄານກາງ ສ.ເກົາຫຼີ ທີ່ລະດັບ 1,6 – 1,7%.