ວິທະຍຸກະຈາຍສຽງ ຫວຽດນາມລາຍງານວ່າ: ຕາມຕົວເລກສະຖິຕິຂອງກົມສົ່ງອອກນຳເຂົ້າ ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວໃຫ້ຮູ້ວ່າ ວົງເງິນການສົ່ງ ອອກ – ນຳເຂົ້າ ລະຫວ່າງ ຫວຽດນາມ ແລະ ຟີລິບປິນ ປີ 2024 ບັນລຸກວ່າ 8,66 ຕື້ໂດລາສະຫະລັດ ເພີ່ມຂຶ້ນຫຼາຍກວ່າ 11% ເມື່ອທຽບໃສ່ປີ 2023.

ໃນນັ້ນ, ການສົ່ງອອກ ບັນລຸລະດັບ 6,19 ຕື້ໂດລາສະຫະລັດ, ການສົ່ງອອກເກີນດຸນແມ່ນບັນລຸ ກວ່າ 3,7 ຕື້ໂດລາສະຫະລັດ, ລື່ນກາຍຄາດໝາຍວາງອອກ ແມ່ນ 3,5 ຕື້ໂດລາສະຫະລັດ. ຂະນະທີ່ ການປະກອບສ່ວນເຂົ້າໃນການເຕີບໂຕໜ້າປະທັບໃຈຂອງວົງເງິນການສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ ຟີລິບປິນ ໃນປີ 2024 ລວມມີ: ເຂົ້າສານ, ເຄື່ອງຈັກ, ອຸປະກອນ, ກາເຟ, ຊີມັງ ແລະ ອື່ນໆອີກ.
ບັນດາປະເພດສິນຄ້າສົ່ງອອກ ມີວົງເງິນ 50 – 100 ລ້ານໂດລາສະຫະລັດ ລວມມີ: ເຫຼັກກ້າ, ຜະລິດຕະພັນເຄມີ, ຜະລິດຕະພັນ ຈາກເຫຼັກກ້າ, ຝ້າຍ ແລະ ສິນຄ້າ ປະເພດອື່ນໆອີກ.