ທະນາຄານກາງສະຫະລັດ ຫຼື ເຟດ ຍັງຮັກສາອັດຕາດອກເບ້ຍທີ່ລະດັບເປົ້າໝາຍປັດຈຸບັນທີ່ 4,25 – 4,50% ຫຼັງຈົບການປະຊຸມຮອບເດືອນມັງກອນ. ແຕ່ຜູ້ກໍານົດນະໂຍບາຍເຕືອນວ່າ ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງເລັກໜ້ອຍ.
ສຳນັກຂ່າວຕ່າງປະເທດລາຍງານການຖະແຫຼງຂ່າວຂອງເຟດວ່າ: ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດ ເນັ້ນວ່າທະນາຄານກາງບໍ່ຮີບຮ້ອນທີ່ຈະປັບປ່ຽນນະໂນບາຍດອກເບ້ຍ ໂດຍສະເພາະໃນເມື່ອເສດຖະກິດຍັງເຂັ້ມແຂງ.
ທະນາຄານກາງ ຈະຕ້ອງເຫັນຄວາມຄືບໜ້າທີ່ແທ້ຈິງ ກ່ຽວກັບເງິນເຟີ້ ຫຼື ຄວາມອ່ອນແອບາງຢ່າງໃນຕະຫຼາດແຮງງານກ່ອນທີ່ຈະພິຈາລະນາການປັບປ່ຽນ ໂດຍຍັງຢຶດໝັ້ນກັບເປົ້າໝາຍເງິນເຟີ້ 2%.
ທ່ານ ພາວເວລ: ຍັງຊີ້ເຖິງຜົນກະທົບຈາກພາສີມີຂອບເຂດກວ້າງຂວາງຫຼາຍ ແຕ່ເຮົາຍັງບໍ່ສາມາດຄາດຄະເນໄດ້ວ່າຈະດົນພຽງໃດ ເກີດຂຶ້ນກັບປະເທດໃດແດ່? ເຮົາຍັງບໍ່ຮູ້ເຖິງມາດຕະການຕອບໂຕ້ ເຮົາຍັງບໍ່ຮູ້ວ່າມັນຈະສົ່ງຜົນກະທົບຕໍ່ລະບົບເສດຖະກິດ ແລະ ຜູ້ບໍລິໂພກຈັ່ງໃດແດ່ ເຊິ່ງຕ້ອງລໍຖ້າເບິ່ງກັນຕໍ່ໄປ.