ຍອດປະລິມານດ້ານອຸດສາຫະກໍາການຜະລິດຈີນ ຕິດອັນດັບໜຶ່ງໃນໂລກ 15 ປີລຽນຕິດ

0
47

ຫ້ອງການຖະແຫຼງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ພາຍໃຕ້ຫົວຂໍ້: “ ປະສິດທິຜົນ ການພັດທະນາທີ່ມີຄຸນນະພາບສູງຂອງເສດຖະກິດຈີນ ” ໂດຍໄດ້ເຜີຍແຜ່ຜົນງານຕ່າງໆດ້ານການພັດທະນາທີ່ມີຄຸນນະພາບສູງ ຂອງເສດຖະກິດອຸດສາຫະກໍາຈີນ 2024.

อาจเป็นรูปภาพของ 5 คน และ ข้อความ

ເນື່ອງຈາກມູນຄ່າເພີ່ມ ຂອງອຸດສາຫະກໍາຂະໜາດໃຫຍ່ຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ປີ 2023 ແລ້ວ ໄດ້ເພີ່ມຂຶ້ນ 1,2%; ວິສາຫະກິດອຸດສາຫະກໍາຂະໜາດໃຫຍ່ທີ່ມີລາຍຮັບດ້ານການດຳເນີນ ທຸລະກິດຫຼາຍກວ່າ 20 ລ້ານຢວນຕໍ່ປີຂອງ ສປ ຈີນ ມີເຖິງ 512.000 ແຫ່ງ ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ທ້າຍປີ 2023; ມູນຄ່າເພີ່ມ ຂອງອຸດສາຫະກໍາທັງໝົດ ບັນລຸເຖິງ 40.500 ຕື້ຢວນ, ຍອດປະລິມານດ້ານອຸດສາຫະກໍາການຜະລິດຂອງ ສປ ຈີນ ໄດ້ຄອງອັນດັບໜຶ່ງຂອງໂລກ 15 ປີລຽນຕິດ.

LEAVE A REPLY

Please enter your comment!
Please enter your name here