ໃນລະຫວ່າງວັນທີ 27-28 ມັງກອນ 2025 ນີ້ ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ, ກະກຽມຄວາມພ້ອມ ແລະ ຕ້ານທານ ໃຫ້ແກ່ອົງການກາແດງແຫ່ງຊາດລາວປີ 2024 ແລະ ວາງແຜນການຈັດຕັ້ງປະຕິບັດໂຄງການປີ 2025 ເພື່ອປັບ
ປຸງແຜນງົບປະມານ, ແຜນກິດຈະກຳ ແລະ ແຜນຈັດຕັ້ງປະຕິບັດ,ທົບທວນຄືນບັນດາກິດຈະກຳຕ່າງໆຂອງໂຄງການ ພ້ອມທັງຖອດຖອນບົດຮຽນດ້ານວິຊາການພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ, ກະກຽມຄວາມພ້ອມ ແລະ ຕ້ານທານໃຫ້ແກ່ອົງການກາແດງແຫ່ງຊາດລາວ.
ໂດຍການເປັນປະທານຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ນ ໂລມະນີ ແກ້ວທະນົງ ຜູ້ຕາງໜ້າ ຈາກສະຫະພັນກາແດງແລະຊີກວົງເດືອນແດງສາກົນປະຈໍາບາງກອກ, ມີພະນັກງານຜູ້ຮັບຜິດຊອບບັນດາກິດຈະກຳ ແລະ ພາກສ່ວນກຽ່ວຂ້ອງ ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 06 ທ່ານ.