ພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2025 ຜ່ານມານີ້ໂດຍການເຂົ້າຮ່ວມຂອງ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ ມີ ພົຈວ ສົມພົງ ຂໍ່າວິລຸນ ຫົວໜ້າກອງບັນຊາການ ປກສ, ມີຄະນະພັກ-ຄະນະກອງບັນຊາການ ພ້ອມດ້ວຍຫ້ອງ, ໂຮງຮຽນ, ກອງພັນ, ກອງຮ້ອຍ, ນາຍ ແລະ ພົນຕຳຫຼວດຫຼັກແຫຼ່ງພາຍໃນກອງບັນຊາການ ປກ ເຂົ້າຮ່ວມ.
ໃນພິທີ, ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກ ເຊິ່ງໄດ້ຍົກຍ້າຍດັ່ງນີ້: ທ່ານ ພັອ ບຸນຍືນ ມີທອງ ຈາກກົມໃຫຍ່ການເມືອງ ປກສ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກ ແລະ ແຕ່ງຕັ້ງເປັນ ຮອງຫົວໜ້າກອງບັນຊາການ ປກ ຜູ້ໃໝ່, ສ່ວນຫົວໜ້າ ແລະ ຮອງຫົວໜ້າທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.
ໃນໂອກາດນີ້, ພົຕ ປອ ສຸວັນນີ ສີສຸພາບມີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນໍາຕໍ່ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ເອົາໃຈໃສ່ນຳພາ-ບັນຊາຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ, ໃຫ້ເອົາໃຈໃສ່ຍົກສູງລະດັບວິຊາສະເພາະ, ຄວາມຮູ້-ຄວາມສາມາດ, ແບບແຜນວິທີເຮັດວຽກ, ລົງໃກ້ຊິດຕິດແທດກັບ, ນາຍ ແລະ ພົນຕໍາຫຼວດຢ່າງທົ່ວເຖິງໃຫ້ຄວາມຊ່ວຍເຫຼືອ, ອຸ້ມຊູຍູ້ໜູນທຸກກໍາລັງ, ທຸກວຽກງານວິຊາສະເພາະ ຕິດພັນກັບການສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນ ລະຫວ່າງ ຄະນະພັກ-ຄະນະກອງບັນຊາການ ພ້ອມທັງພະນັກງານທຸກຂັ້ນ ແລະ ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດໜ້າທີ່ວຽກງານວິຊາສະເພາະ ຢ່າງມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ,ພາບ ຄວາມສະຫງົບ