ລົດແກ້ວ ນັກແລ່ນຈາກ ສປປ ລາວ ຄວ້າແຊັມທໍາອິດຂອງປີ 2025 ລາຍການໃຫຍ່ ບຣູຣີຣໍາ ມາຣາທອນ

0
98

ລົດແກ້ວ ອິນທະກຸມມານ ນັກແລ່ນຍິງທີມຊາດລາວ ຮັກສາຟອມໂດດເດັ່ນເຖິງອາຍຸຈະ 29 ປີແລ້ວ ແຕ່ຄວາມແຂງແກ່ນຍັງເພີ່ມຂຶ້ນເລື່ອຍໆຫຼ້າສຸດສາມາດຄວ້າແຊັມແລ່ນຮາຟ ມາຣາທອນ ລາຍການ ບູຣີີຣໍາ ມາຣາທອນ 2025 ທີ່ປະເທດໄທ ເມື່ອວັນທີ 25 ມັງກອນ 2025 ໂດຍມີນັກແລ່ນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍພັນຄົນ.

ລົດແກ້ວ ລົງແຂ່ງຂັນປະເພດ 21 ກິໂລແມັດ ( PACE 3.49 ) ເຂົ້າເສັ້ນໄຊເປັນຄົນທໍາອິດດ້ວຍເວລາ 1 ຊົ່ວໂມງ 20 ນາທີ ແລະ 29 ວິນາທີ ເອົາຊະນະ ອໍນະນົງ ວົງເສີນ ນັກແລ່ນຈາກປະເທດໄທ ອັນດັບ 2 ທີ່ເຂົ້າເສັ້ນໄຊ 1 ຊົ່ວໂມງ 22 ນາທີ ແລະ 34 ວິນາທີ, ສ່ວນອັນດັບ 3 ຕົກເປັນຂອງ ວິສຸດາ ອ່ອນໂຊ ຈາກແລ່ນຈາກໄທ ເຂົ້າເສັ້ນໄຊ 3 ຊົ່ວໂມງ 31 ນາທີ ແລະ 37 ວິນາທີ.

ສໍາລັບ ລົດແກ້ວ ເປັນນັກແລ່ນຊາວລາວ ທີ່ສ້າງຊື່ສຽງໃຫ້ກັບປະເທດຊາດ ໂດຍເລີ່ມຫຼິ້ນກິລາແລ່ນ-ລານມາແຕ່ອາຍຸ 15 ປີ ແຕ່ປີ 2010 ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເປັນແມ່ຍິງລາວຄົນທຳອິດ ທີ່ສາມາດສ້າງປະຫວັດສາດໜ້າໃໝ່ໃຫ້ວົງການແລ່ນ-ລານລາວ ດ້ວຍການປ້ອງກັນແຊ໋ມ 2 ຫຼຽນຄຳ ເຖິງ 2 ຄັ້ງຕິດຕໍ່ກັນ ໃນງານມະຫະກຳກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 17 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ ແລະ ງານມະຫະກຳກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 18 ທີ່ປະເທດສິງກະໂປ.

ສ່ວນຜົນງານໃນງານກິລາຊີເກມ ກໍສາມາດຍາດໄດ້ 2 ຫຼຽນທອງ ຊຶ່ງເປັນຜົນງານຄັ້ງປະຫວັດສາດແລ່ນ-ລານລາວເຊັ່ນກັນ ກໍຄື ງານກິລາຊີເກມ ຄັ້ງທີ 27 ທີ່ປະເທດມຽນມາ ປີ 2013 ແລະ ງານກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ປີ 2017 ສ່ວນປີ 2019 ເຂົ້າຮ່ວມແຂ່ງຂັນຊີເກມ 30 ທີ່ປະເທດຟິລິບປີນ (ບໍ່ສາມາດຍາດຫຼຽນໄດ້) ກ່ອນປີ 2020 ແລະ ກາງປີ 2022 ບໍ່ໄດ້ມີການເຄື່ອນໄຫວ ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກ່ອນຕົ້ນປີ 2022 ໄດ້ມີການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ໄດ້ອັນດັບ 4 ລາຍການ 1.500 ແມັດຍິງ ແລະ 5.000 ແມັດຍິງ.
ຂ່າວ: Larh Creators ; ຮູບຈາກ: Lodkeo Inthakoumman

LEAVE A REPLY

Please enter your comment!
Please enter your name here