2ພາກສ່ວນລົງນາມຜະລິດຝຸ່ນຊີວະພາບຂີ້ໄກ່ອັດເມັດ

0
59

ໃນວັນທີ 29 ມັງກອນ 2025 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ບ້ານໂພນຕ້ອງ ເມືອງໄຊທານີ  ໄດ້ມີພິທີລົງນາມ ວ່າດ້ວຍການຮ່ວມມືໂຄງການທົດລອງຜະລິດຝຸ່ນຂີ້ໄກ່ອັດເມັດເພື່ອເປັນສີນຄ້າ ລະຫວ່າງ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ແລະ ບໍລິສັດເອັນພີເຄ ລາວ ຈັດການສິ່ງເສດເຫຼືອຈາກຟາມ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາງ  ຈັນທະລັກ ສີໃສແກ້ວ ຜູ້ອໍານວຍການ ບໍລິສັດເອັນພີເຄ ລາວ ຈັດການສິ່ງເສດເຫຼືອຈາກຟາມ ຈຳກັດຜູ້ດຽວ ມີພະນັກງານ, ຄະນະທີ່ປຶກສາທັງສອງພາກສ່ວນເຂົ້າຮ່ວມ.

ທ່ານ ນາງ ປາລີມາ ສີໃສແກ້ວ ທີ່ປຶກສາດ້ານການເງິນ ການບັນຊີ ບໍລິສັດ ເອັນພີເຄ ລາວ ກ່າວເປົ້າໝາຍການຮ່ວມມືເພື່ອ ຜະລິດຝຸ່ນຊີວະພາບ ຂີ້ໄກ່ພັນໄຂ່ອັດເມັດ; ສ້າງຜະລິດຕະພັນອື່ນ ທີ່ເຫັນວ່າມີທ່າແຮງໃນອານາຄົດ ເຊັ່ນ:  ຝຸ່ນ ທີ່ເປັນທັງຜົງ ແລະ ອັດເມັດ,  ຜະລິດນໍ້າ EM (ນໍ້າໝັກຂີ້ໄກ່ເຂັ້ມຂຸ້ນ 67%) ແລະ ດິນປູກຝຸ່ນຂີ້ໄກ່ຊີວະພາບ; ທົດລອງພັດທະນາຜະລິດຕະພັນດັ່ງກ່າວ ກັບບັນດາແນວພັນເຂົ້າ ຫຼື ພຶດເສດຖະກິດອື່ນ ທີ່ເປັນຜະລິດຕະພັນຂອງສູນໃຫ້ເໝາະສົມ;

ສະໜອງຝຸ່ນຊີວະພາບ ແລະ ດິນປູກດັ່ງກ່າວ ໃນລາຄາຖືກ  ແລະ ມີຄຸນນະພາບ ໃຫ້ກັບສູນໃນລາຄາໜ້າໂຮງງານ ແລະ ຈຳໜ່າຍສູ່ທ້ອງຕະຫຼາດ ໃນລາຄາທີ່ຖືກກວ່າຜະລິດຕະພັນອື່ນທີ່ມີການນຳເຂົ້າ. ສໍາລັບ ກໍາລັງການຜະລິດໃນປີ 2025 ແມ່ນປະມານ 4-5 ໂຕນຕໍ່ວັນ, ສ່ວນແຜນປີ 2026 ຈະສາມາດຮອງຮັບມູນໄກ່ໄຂ່ຈາກຟາມ ຊີພີ  ແລະ ຈະເພີ່ມກໍາລັງການຜະລິດໃຫ້ໄດ້ 10ໂຕນຕໍ່ວັນ.

ທ່ານ ສຸລິວົງ ໄຊຍະວົງ ກ່າວວ່າ: ການຜະລິດຝຸ່ນຊີວະພາບ ແມ່ນສອດຄ່ອງກັບການປະຕິບັດນະໂຍບາຍຂອງລັດຖະບານ ສາມາດສະໜັບສະໜູນແຜນງານຂະແໜງກະສິກໍາປ່າໄມ້ ໂດຍສະເພາະແມ່ນສົ່ງເສີມການຜະລິດຄໍາປະກັນສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ, ປົກປັກຮັກສາປ່າໄມ້ ໃຫ້ຍືນຍົງ  ແລະ ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ.

ການຮ່ວມມືຄັ້ງນີ້ ເປັນການຮ່ວມກັນຄົ້ນຄວ້າການຜະລິດ ຝຸ່ນ ເຊີ່ງຈະເນັ້ນ 3 ຜະລິດຕະພັນຫຼັກ ຝຸ່ນຈາກ ມູນສັດ ໂດຍສະເພາະແມ່ນຈັດຕັ້ງປະຕິບັດ ແລະ ທົດລອງໃນ 2 ໄລຍະ,

ໄລຍະທີ 1 ເລີ່ມຈາກຂີ່ໄກ່ ພັນໄຂ່ ມາພັດທະນາເປັນ 3 ຜະລິດຕະພັນຫຼັກ ເປັນຕົ້ນແມ່ນ ຝຸ່ນ, ຝຸ່ນອັດເມັດ ແລະ ນໍ້າໝັກ ອີເອັມ ຈາກມູນສັດ.

LEAVE A REPLY

Please enter your comment!
Please enter your name here