ເປັນຂ່າວດີສໍາລັບ ທີມຊາດລາວ ໃນປີ 2025 ທາງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຈະສົ່ງເຂົ້າຮ່ວມເຖິງ 8 ລາຍການ ທັງທີມຍິງ ແລະ ທີມຊາຍ ໂດຍສະເພາະໃນການແຂ່ງຂັນບານເຕະປະຈໍາງານມະຫາກໍາກີລາ ຊີເກມ ຄັ້ງທີ 33 ທີ່ປະເທດໄທ ໃນທ້າຍປີ 2025.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວໃນກອງປະຊຸມໃຫຍ່ສະໄໝສາມັນ ເມື່ອກາງເດືອນມັງກອນ 2025 ວ່າ: ສໍາລັບ ວຽກງານທີມຊາດ ທາງ ສະຫະພັນບານເຕະແຫ່ງຊາດລາວ ຈະສົ່ງເຂົ້າຮ່ວມ 8 ລາຍການໃນປີ 2025 ດັ່ງນີ້:
1. ການແຂ່ງຂັນບານເຕະຊິງແຊ້ມອາຊີ ຮອບຄັດເລືອກ ຮອບສຸດທ້າຍ
2. ການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ ຮອບຄັດເລືອກ ວັນທີ 23 ມິຖຸນາ ຫາ 05 ກໍລະກົດ 2025
3. ການແຂ່ງຂັນບານເຕະຊີງແຊ້ມອາຊຽນຍິງ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025
4. ການແຂ່ງຂັນບານເຕະຊີງແຊ້ມອາຊີຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ
5. ການແຂ່ງຂັນບານເຕະຊີງແຊ້ມອາຊຽນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2025
6. ການແຂ່ງຂັນບານເຕະຊີງແຊ້ມອາຊີຍິງ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ
7. ການແຂ່ງຂັນ ຊີເກມ ທີ່ ປະເທດໄທ SEA Games 2025 (ຍິງ ແລະ ຊາຍ) ລະຫວ່າງ ວັນທີ 07 ຫາ 19 ທັນວາ 2025
8. ການແຂ່ງຂັນຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປະຈຳປີ 2025 (ຊາຍ)
ຂ່າວຈາກ: Larh Creators ; ຮູບຈາກ: ສຕລ