ປະກາດເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານ ເຂດພາກກາງ ແລະ ພາກໃຕ້

0
115

ໃນວັນທີ 27 ມັງກອນ 2025 ຜ່ານມານີ້ ໄດ້ມີພິທີປະກາດການເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ 6 ແຂວງ ເຂດພາກກາງ ແລະ ພາກໃຕ້ ຈໍານວນ 121 ສະຫາຍ, ທີ່ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຕະຫຼອດຮອດນາຍທະຫານທີ່ໄດ້ຮັບຊັ້ນໃໝ່ ຈາກກົມກອງຕ່າງໆທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ 6 ແຂວງ ເຂດພາກກາງ ແລະ ພາກໃຕ້ເຂົ້າຮ່ວມ.

May be an image of 1 person and text
ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ບັນດາກົມກອງເຂດພາກກາງ ແລະ ພາກໃຕ້. ກະຊວງປ້ອງກັນປະເທດ ຕົກລົງປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນພັນໂທ ທັງໝົດຈໍານວນ 121 ສະຫາຍ, ໃນນີ້ ກອງບັນຊາການທະຫານແຂວງສະຫວັນນະເຂດ 17 ສະຫາຍ, ກອງບັນຊາການທະຫານແຂວງຄໍາມ່ວນ 11 ສະຫາຍ, ກອງບັນຊາການທະຫານແຂວງສາລະວັນ 13 ສະຫາຍ,ກອງບັນຊາການທະຫານແຂວງ ຈໍາປາສັກ 12 ສະຫາຍ, ກອງບັນຊາການທະຫານແຂວງເຊກອງ 11 ສະຫາຍ, ກອງບັນຊາການທະຫານແຂວງອັດຕະປື 11 ສະຫາຍ, ກອງພົນທີ 4 ຈໍານວນ 19 ສະຫາຍ, ກອງພົນທີ 5 ຈໍານວນ 14 ສະຫາຍ, ກອງພັນໃຫຍ່ 611 ຈໍານວນ 4 ສະຫາຍ, ກອງພັນໃຫຍ່ 645 ຈໍານວນ 5 ສະຫາຍ ແລະ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ 4 ສະຫາຍ.

May be an image of 1 person and text
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ. ພ້ອມທັງ ເນັ້ນໜັກໃຫ້ນາຍທະຫານທຸກສະຫາຍ ຈົ່ງພ້ອມກັນເພີ່ມຄວາມຮັບຜິດຊອບໃນໜ້າທີ່ວຽກງານໃຫ້ໜັກແໜ້ນ, ເຂັ້ມແຂງ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາພາຍໃນ ໃຫ້ເປັນເອກະພາບ ບົນພື້ນຖານໜ້າທີ່ວຽກງານ ແລະ ແນວທາງຂອງພັກ, ຄວາມສາມັກຄີພາຍນອກໃຫ້ກົມກຽວ, ຕ້ານແນວຄິດຮີດເກົ່າຄອງເດີມ, ອາຍາສິດ, ເອກະຊົນ, ເອກະເທດ, ແນວຄິດພັກພວກ ຈຸ້ມເຈື້ອເຊື້ອສາຍ, ຕ້ານແນວຄິດທິດສະດີເວົ້າຫຼາຍ ແຕ່ປະພຶດປະຕິບັດໜ້ອຍ.

May be an image of 2 people and text

ພ້ອມນີ້ຖືເອົາຄວາມສາມັກຄີ, ເຮັດວຽກມີການລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງມີແບບແຜນ ແລະ ຊຸກຫຍູ້ຕິດຕາມ ເພື່ອຮັບປະກັນໃຫ້ມີຜົນສໍາເລັດຕາມຈຸດປະສົງຄາດໝາຍ, ເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບພາຍໃນກົມກອງໃຫ້ໜັກແໜ້ນ ແລະ ຖືເອົາຄວາມເປັນແບບຢ່າງທີ່ດີໃນການນໍາພາ-ບັນຊາ ເພື່ອສ້າງນາຍທະຫານຜູ້ສືບທອດປ່ຽນແທນທີ່ດີຂອງກອງທັບ ກໍຄືກົມກອງ.

ຂອບໃຈຂ່າວຈາກ: Lao People’s Army News

LEAVE A REPLY

Please enter your comment!
Please enter your name here