ເພື່ອສະເຫຼີມສະຫຼອງວັນພາສີສາກົນ, ເຊິ່ງເປັນປະເພນີສໍາລັບປະເທດສະມາຊິກ ແລະ ການມອບໃບຍ້ອງຍໍຂອງ ອົງການພາສີໂລກ (WCO Certificate of Merit) ໃຫ້ພະນັກງານຂອງຕົນ ທີ່ໄດ້ປະກອບສ່ວນເຂົ້າໃນການປະຕິບັດວຽກງານວິຊາສະເພາະ ແລະ ຕາມຂອບວຽກຂອງອົງ ການພາສີໂລກ. ຊຶ່ງລັດຖະການພາສີຂອງ 1 ປະເທດສາມາດໄດ້ຮັບ ໃບຍ້ອງຍໍຈຳນວນ 20 ທ່ານເທົ່ານັ້ນ.
ດັ່ງນັ້ນ, ໃນວັນທີ 24 ມັງກອນ 2025 ຈຶ່ງໄດ້ຈັດພິທີ ສະຫຼອງວັນພາສີສາກົນ ປີ 2025 ຂຶ້ນໂດຍການເປັນປະທານ ແລະ ມອບໃບຍ້ອງຍໍ ຂອງທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ຫົວໜ້າພາສີດ່ານ ພາກສ່ວນກ່ຽວຂ້ອງພາຍໃນກົມເຂົ້າຮ່ວມ.
ໂອກາດນີ້, ທ່ານ ພູເຂົາຄຳ ວັນນະວົງໄຊ ໄດ້ມີຄຳເຫັນບາງຕອນສຳຄັນວ່າ: ໃນວັນທີ 26 ມັງກອນ ແຕ່ລະປີ, ບັນດາລັດຖະການພາສີໃນທົ່ວໂລກ ຈະໄດ້ມີການສະເຫຼີມ ສະຫຼອງວັນພາສີສາກົນ, ເຊິ່ງປີນີ້ເປັນປີພິເສດ ຂອງການສະເຫຼີມສະຫຼອງ ເພາະພວກເຮົາຍັງສະເຫຼີມສະຫຼອງຄົບຮອບ 73 ປີຂອງອົງ ການພາສີໂລກ (WCO)-ອົງການຈັດຕັ້ງທີ່ມີເອກະລັກສະເພາະເພື່ອການຮ່ວມມືສາກົນ ແລະ ການແລກປ່ຽນຄວາມຮູ້ ດ້ານພາສີ ແລະ ສໍາລັບ ກົມພາສີລາວ ປີນີ້ ແມ່ນປີທີ 03 ທີ່ຈັດງານສະເຫຼີມ ສະຫຼອງ ວັນພາສີສາກົນ.
ໃນແຕ່ລະປີ, ວັນພາສີສາກົນ ໄດ້ປະກາດຄໍາຂັວນສະເພາະຂອງແຕ່ລະປີ, ອີງຕາມບົດຄວາມຂອງທ່ານ Ian Saunders (ອຽນ ຊັນເດີ), ເລຂາທິການໃຫຍ່ຂອງອົງການພາສີໂລກ ເປັນກຽດຕາງໜ້າໃຫ້ ອົງການພາສີໂລກ ປະກາດຄໍາຂັວນ ໃນປີ 2025 ນີ້ ໃຫ້ເຈົ້າໜ້າທີ່ພາສີ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນ ສປປ ລາວ, ຊຶ່ງຄຳຂວັນ ຂອງປີ 2025 ແມ່ນ “ປະຕິບັດພັນທະ ໂດຍສຸ່ມໃສ່ການເພີ່ມປະສິດທິພາບ, ຄວາມປອດໄພ ແລະ ການຈະເລີນເຕີບໂຕທາງເສດຖະກິດ” ຄຳຂວັນນີ້ແມ່ນອົງການພາສີໂລກໄດ້ປະກາດເພື່ອຮຽກຮ້ອງໃຫ້ລັດຖະການພາສີທົ່ວໂລກ ເພີ່ມທະວີການຂັບ ເຄື່ອນດ້ວຍຄວາມທັນສະໄໝຂອງຂັ້ນຕອນການແຈ້ງພາສີ ແລະ ການພັດທະນາການບໍລິການ ດ້ວຍລະບົບດິຈິຕອນ, ສົ່ງເສີມການດຳເນີນງານທີ່ຂັບເຄື່ອນດ້ວຍຂໍ້ມູນ ແລະ ເຄື່ອງມືວິເຄາະ, ການໃຊ້ເຄື່ອງມື ກວດສອບ ແລະ ຕິດຕາມກວດກາ ຕະຫລອດຈົນຮອດການຮ່ວມມືກັບທາງພາກລັດ ແລະ ເອກະຊົນ.
ຈຸດປະສົງແມ່ນຮັກສາຄວາມປອດໄພຂອງຕ່ອງໂສ້ການຂົນສົ່ງ ເພື່ອສະກັດກັ້ນການຂົນສົ່ງສິ່ງທີ່ຜິດກົດໝາຍ, ປາບປາມການຟອກເງິນ ແລະ ເສີມສ້າງຄວາມພ້ອມຮັບມືກັບວິກິດການຕ່າງໆ , ຊຸກຍູ້ການຈັດເກັບລາຍຮັບ, ສະໜັບສະໜູນການພັດທະນາເສດຖະກິດແບບຍືນຍົງ.