ລາວ-ກໍາປູເຈຍ ຍົກສູງການຮ່ວມມືດ້ານການຄ້າ

0
80

ໃນວັນທີ 28 ມັງກອນ 2025 ສປປ ລາວ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ຄະນະ​ກຳມະການ​ຮ່ວມດ້ານ​ການ​ຄ້າ (2nd Joint Trade Committee: JTC) ລະ ຫວ່າງ​ ສປປ ລາວ ແລະ ​ຣາຊະ​ອານາຈັກ​ກຳປູເຈຍ ທີ່​ ນະຄອນຫຼວງ​ວຽງ​ຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຈອມ ນິມົນ ລັດຖະມົນຕີກະຊວງການຄ້າ ແຫ່ງຣາຊະ​ອານາຈັກ​ກຳປູເຈຍ ແລະ ໄດ້ມີຕາງຫນ້າຈາກບັນດາຂະແຫນງການຂອງທັງສອງຝ່າຍເຂົ້າຮ່ວມ.

ກອງ​ປະຊຸມ​ໃນຄັ້ງນີ້ ​ໄດ້​ດຳ​ເນີນ​ໄປໃນທາມກາງບັນຍາກາດອັນອົບອຸ່ນ ແລະ ເຂົ້າອົກເຂົ້້າໃຈ ເພື່ອ​ເພີ່ມ​ທະວີການແລກປ່ຽນ​​ການຢ້ຽມຢາມ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ໃນ​ຫຼາຍ​ລະດັບ​ ລວມທັງ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ​ແລະ ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກ​ພື້ນ ​ແລະ ສາກົນ. ຈຸດປະສົງກອງປະຊຸມຄັ້ງນີ້ 2 ປະເທດ, ສປປ ລາວ ແລະ ຣາຊາອານາຈັກ ກຳປູເຈຍ ໄດ້ທົບທວນຄືນຜົນຂອງການຢ້ຽມຢາມທີ່ຜ່ານມາ ພ້ອມທັງການຈັດຕັ້ງປະຕິບັດບັນດາຫນ້າວຽກທີ່ໄດ້ວາງແຜນຮ່ວມກັນໃນກອງປະຊຸມ JTC ຄັ້ງທີ 1 ໃນປີ 2013 ແລະ ໄດ້ຮ່ວມກັນປຶກສາຫາລື ແລກປ່ຽນແນວຄວາມຄິດຕໍ່ທິດທາງໃນການຮ່ວມມືດ້ານການຄ້າຂອງ ສອງປະເທດ ໃນຕໍ່ໜ້າ.

ກອງປະຊຸມໃນຄັ້ງນີ້ ໄດ້ຕົກລົງບັນຫາສຳຄັນທີ່ຕິດພັນກັບການພັດທະນາ ແລະ ສົ່ງເສີມການຄ້າ ແລະ ຂົງເຂດອື່ນໆທີ່ສະໜັບສະໜູນໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ, ກອງປະຊຸມໄດ້ປືກສາຫາລືກ່ຽວກັບຂົງເຂດການຮ່ວມມືທີ່ສຳຄັນ ເປັນຕົ້ນ 1. ເປົ້າໝາຍເພີ່ມມູນຄ່າການຄ້າສອງຝ່າຍ ແຕ່ນີ້ຮອດປີ 2030, 2. ການຮ່ວມມືເຂດການຄ້າເສລີ, 3. ການພັດທະນາຕະຫລາດຊາຍແດນ, ສັນຍາວ່າດ້ວຍການຄ້າຊາຍແດນ ແລະ ສັນຍາວ່າດ້ວຍສິນຄ້າຜ່ານແດນ, 4. ການສ້າງກົນໄກການຮ່ວມມືໂດຍຜ່ານກອງປະຊຸມປະຈຳປີຂອງອົງການປົກຄອງແຂວງຊາຍແດນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ, 5. ການວາງສະແດງສີນຄ້າ/ຕະຫລາດນັດ, ສົ່ງເສີມພາກທຸລະກິດ ແລະ ການລົງທືນ, 6. ການທ່ອງ ທ່ຽວ ແລະ ການຂົນສົ່ງ ແລະ 7. ການຮ່ວມມືຂອງສະພາການຄ້າ ແລະ ອຸດສາຫະກຳ ຂອງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ.

ສປປ ລາວ ເຫັນດີເປັນຢ່າງຍິ່ງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຮ່ວມກັນ, ກຳນົດກາລະໂອກາດໃນຕໍ່ໜ້າ ເພື່ອເພີ້ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ຂອງສອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນ.

LEAVE A REPLY

Please enter your comment!
Please enter your name here