ດ່ານສາກົນຂົວມິດຕະພາບ 3 ຕັ້ງເປົ້າເກັບລາຍຮັບ 805 ຕື້ກີບ

0
76

ປີ 2024 ດ່ານສາກົນຂົວມິດຕະພາບ 3 ຈັດເກັບລາຍຮັບໄດ້ 819 ຕື້ກວ່າກີບ ສ່ວນແຜນປີນີ້ຕັ້ງເປົ້າໃຫ້ໄດ້ 805 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 15,49%.

ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ອີງຕາມແຜນການທີ່ໄດ້ຮັບມອບໝາຍໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນປີ 2025 ຈໍານວນທັງໝົດ 805 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາ 15,49%.

ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນງົບປະມານດັ່ງກ່າວໃຫ້ບັນລຸຕາມຄາດໝາຍ, ຄະນະ ດ່ານພາສີສາກົນຈະສືບຕໍ່ຊີ້ນໍາ-ນໍາພາວຽກການເມືອງແນວຄິດກັບອ້າຍນ້ອງ ກໍຄືພະນັກງານເຈົ້າໜ້າທີ່ພາສີປະຈໍາດ່ານໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງຂອງຕົນທີຖືກມອບຫມາຍເປັນຕົ້ນ: ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ກວດກາຄືນລະບົບເຄື່ອງມືອັນທັນສະໄໝທີ່ນໍາໃຊ້ເຂົ້າໃນການບໍລິການວຽກວິຊາສະເພາະໃຫ້ສາມາດນໍາໃຊ້ໄດ້ປົກກະຕິ, ປະສານສົມທົບການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ປະສານສົມທົບຜູ້ປະກອບການທີ່ເຮັດການບໍລິການນໍາເຂົ້າ, ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງຮ່ວມປະຊຸມ ເພື່ອຄົ້ນຄວ້າປຶກສາ ຫາລືບັນດາຂໍ້ຫຍຸ້ງຍາກຕ່າງໆໃນການບໍລິການຜ່ານດ່ານ, ເພື່ອແກ້ໄຂໃຫ້ທັນເວລາ, ຄຽງຄູ່ກັນນັ້ນ ຕ້ອງໄດ້ນໍາເອົາບັນດານິຕິກຳທີ່ຕິດພັນກັບຂະແໜງການເງິນໂດຍສະເພາະຈາກກົມພາສີທີ່ຕິດພັນ ກັບວຽກຕົວຈິງຂອງດ່ານມາເຜີຍແຜ່ເຊື່ອມຊຶມໃຫ້ທັນເວລາ.

ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ຍັງໃຫ້ຮູ້ຕື່ມອີກວ່າ: ສໍາລັບການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ຜ່ານມາຕາມແຜນຈັດເກັບ 697 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ 819 ຕື້ກວ່າກີບ ຫຼື ເທົ່າກັບ 117,51%, ລື່ນແຜນ 17,51% ຄິດເປັນເງິນປະມານ 122 ຕື້ກວ່າກີບ, ທຽບໃສ່ໄລຍະດຽວຂອງປີຜ່ານມາປະຕິບັດໄດ້ 149,38% ລື່ນແຜນ 49,38%. ລາຍຮັບສ່ວນໃຫ່ຍແມ່ນໄດ້ຈາກສິນຄ້າປະເພດນໍ້າມັນເຊື້ອໄຟ ແລະ ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ປະເພດເຄື່ອງດື່ມຊູກຳລັງ, ຄ່າທໍານຽມຄັງແຮ, ພາຫະນະເຂົ້າ-ອອກ ແລະ ຜ່ານດ່ານ. ທັງນີ້, ຍ້ອນມີຂໍ້ສະດວກໃນການຈັດຕັ້ງປະຕິບັດການເກັບລາຍຮັບຍ້ອນການຈັດຕັ້ງທຸກຂັ້ນໄດ້ສຸມໃສ່ໃຫ້ຄວາມຊ່ວຍເຫຼືອ, ນໍາພາ-ຊີ້ນໍາວຽກງານຮອບດ້ານ ມີກົດໝາຍ, ນິຕິກຳເປັນບ່ອນອີງທີ່ແນ່ນອນ ແລະ ເໝາະສົມໃນການຈັດຕັ້ງປະຕິບັດວຽກວິຊາສະເພາະໃນແຕ່ລະໄລຍະ, ໄດ້ນໍາໃຊ້ເຄື່ອງມືທີ່ທັນສະ  ໄໝເຂົ້າໃນການບໍລິການພາໃຫ້ມີຄວາມສະດວກວອງໄວໂປ່ງໃສ.

ຄຽງຄູ່ກັນນີ້, ຍັງມີຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນ: ການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການບໍລິການວຽກຂອງດ່ານ, ການນໍາໃຊ້ອິນພົບຄວາມຫຍຸ້ງຍາກ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມໂດຍສະເພາະຜູ້ປະກອບການ,ບຸກຄົນທີ່ເດີນທາງເຂົ້າ-ອອກຜ່ານດ່ານຫາກມີບັນຫາໃດທີ່ບໍ່ເຂົ້າໃຈສາມາດສອບຖາມຂໍ້ມູນນໍາເຈົ້າໜ້າທີ່ປະຈໍາດ່ານພວກເຮົາໄດ້.

LEAVE A REPLY

Please enter your comment!
Please enter your name here