ຊານົນ ຂອບໃຈທຸກຄົນຮ່ວມກັນພັດທະນາວົງການບັນເທີງລາວ ພ້ອມຕັ້ງເປົ້າປີນີ້ມີ 3 ເພງມອບໃຫ້ແຟນໆ

0
73

ຮ໋ອດຕໍ່ເນື່ອງໄປເລີຍສໍາລັບ ຊານົນ ມະນີຜົນ ໜຸ່ມລາວຜູ້ຫຼາກຫຼາຍຄວາມສາມາດ ກ່ອນໜ້ານີ້ສ້າງປະຫວັດສາດຄວ້າລາງວັນປະຫວັດສາດຮອງອັນດັບ 4 ຫຼື 4th Runner Up Mister Supranational 2024 ທີ່ປະເທດໂປໂລຍ ແລະ ຫຼ້າສຸດກວາດເຖິງ 2 ລາງວັນໃນງານ Alist Star Awards 2025 ທີ່ທາງຄ້າຍ Alist ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 7 ປີ.

ດ້ວຍຜົນງານ ແລະ ຄວາມສາມາດຂອງ ຊານົນ ມະນີຜົນ ເຮັດໃຫ້ຖືກສະເໜີຊື່ຊີງລາງເຖິງ 3 ສາຂາວັນສາຂາຕ່າງໆໃນງານ Alist Star Awards 2025 ທີ່ຈັດຂຶ້ນໃນກາງເດືອນມັງກອນ 2025 ກ່ອນຈະຄວ້າລາງວັນໄປເຖິງ 2 ສາຂາໄປຄອງຢ່າງຍິ່ງໃຫຍ່ກໍຄືລາງວັນສາຂາ “ບຸກຄົນສ້າງຊື່ສຽງໃຫ້ປະເທດ” ແລະ “ຂວັນໃຈມະຫາຊົນ Popular vote “.

ຫຼ້າສຸດ ຊານົນ ມະນີຜົນ ໃຫ້ສໍາພາດຕໍ່ສື່ມວນຊົນ ຫຼັງຄວ້າລາງວັນວ່າ: ຊານົນ ເອງກະບໍຄິດບໍ່ຝັນວ່າຈະໄດ້ເຖິງ 3 ລາງວັນ ເພາະທຸກຄົນທີ່ມີຊື່ເຂົ້າຊີງລາງວັນທັງ 3 ສາຂາ ມີແຕ່ຜູ້ມີຊື່ສຽງ ແລະ ເກັ່ງໆທັງນັ້ນ, ແຕ່ດ້ວຍກໍາລັງໃຈ ແລະ ອຸດົມການເດີນຕາມສິ່ງຮັກມັກ ເຮັດໃຫ້ສູ້ຈົນສາມາດຍາດໄດ້ 2 ລາງວັນດັ່ງກ່າວ ແນ່ນອນຕ້ອງຂໍຂອບໃຈແຟນຄລັບທຸກຄົນທີ່ຊ່ວຍຊັບຟອດ ຊານົນ ມາໂດຍຕະຫຼອດ ແລະ ເຊື່ອວ່າທຸກຄົນຈະເປັນສ່ວນສໍາຄັນໃນການຮ່ວມກັນພັດທະນາວົງການບັນເທີງລາວ.

“ ທັງນີ້ ຕ້ອງຂອບຂໍໃຈທາງຄ້າຍ Alist ທີ່ ຊານົນ ກ້າວເຂົ້າມາຢູ່ໃນຄ້າຍນີ້ເປັນປີທີ 2 ທີ່ຄ່ອຍຊັບຟອດ ແລະ ໃຫ້ຄໍາແນະນໍາ ລວມທັງເປັນຄອບຄົວໜຶ່ງທີ່ຄອຍຮັບຟັງ, ແກ້ໄຂ ແລະ ຊັບຟອດເຊິ່ງກັນ ແລະ ກັນ, ສ່ວນເປົ້າໝາຍໃນປີ 2025 ແມ່ນຈະມີ 3 ບົດເພງແນ່ນອນ ທຸກຄົນຖ້າຕິດຕາມເພາະ ຊານົນ ຈະມີສິ່ງໃໝ່ໆຈະມອບໃຫ້ກັບທຸກຄົນ.

ສໍາລັບ ຊານົນ ເປັນໜຸ່ມຫຼໍ່ຫຼາກຫຼາຍຄວາມສາມາດຈາກແຂວງຫຼວງພະບາງ ເປັນທັງນັກຮ້ອງ, ນັກສະແດງ, ເປັນກໍາມະການຂອງ Oishi Teen Idol ແລະ ຫຼ້າສຸດກ້າວມາເປັນຜູ້ກຳກັບໄວໜຸ່ມມາແຮງ ໂດຍໄດ້ເປີດຕົວສີລະປີນນັກສະແດງພາຍໃນສັງກັດ SN Tertainment Laos ໃນປີ 2021 ພ້ອມກັບຫຼາຍໆຜົນງານ, ກ່ອນເຖິງປີ 2024 ຫຼາຍຄົນຮູ້ຈັກກັບ ຊານົນ ຢ່າງຫຼວງຫຼາຍຈາກຜົນງານຄວ້າ Mister Supranational laos 2024 ແລະ ກາຍເປັນຮີ່ໂຣຂອງຊາວລາວທັງປະເທດ ຈາກການຄວ້າ ຮອງອັນດັບ 4 ຫຼື 4th Runner Up Mister Supranational 2024 ໂດຍຮອບທໍາອິດສາມາດຕິດ 1 ໃນ 20 ແລະ 1 ໃນ 10 ອັນດັບທໍາອິດ, ຮອບທີ 2 ກໍສ້າງຜົນງານຢ່າງປະທັບໃຈ ແລະ ມື້ຕັດສິນສາມາດຕິດ 1 ໃນ 5 ຄົນທໍາອິດ ກ່ອນຈະສາມາດຍາດໄດ້ຮອງອັນດັບທີ 4 ເຊິ່ງເປັນຊາຍໜຸ່ມລາວ ຄົນທໍາອິດທີ່ສາມາດຍາດໄດ້ຂັນລາງວັນໃນເວທີປະກວດລະດັບໂລກ.
ຂ່າວ: Larh Creators; ຮູບຈາກ: Nonh Sanonh Maniphonh

LEAVE A REPLY

Please enter your comment!
Please enter your name here