ຍຶດເບຍ  2.483 ແກັດລັກລອບເຂົ້າປະເທດບໍ່ຖືກກົດໝາຍ

0
110

ພະແນກແກ້ໄຂການລະເມີດທາງການຄ້າ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຜີຍຂໍ້ມູນຜ່ານເຟຈ ຂອງກົມ ໃຫ້ຮູ້ວ່າ ໄດ້ຍຶດ ເບຍ ໄດ້ຈຳນວນ 2.483 ແກັດ ທີ່ລັກລອບຈາກຕ່າງປະເທດເຂົ້າມາແບບຜິດກົດໝາຍ.

ເພື່ອຕ້ານ ແລະ ສະກັດກັ້ນການຄ້ານອກລະບົບ, ຊຸກຍູ້ຫົວໜ່ວຍທຸລະກິດໃຫ້ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເພື່ອເປັນການປົກປ້ອງຜູ້ຊົມໃຊ້ ແລະ ສົ່ງເສີມການແຂ່ງຂັນທີ່ເປັນທຳຕໍ່ຜູ້ຜະລິດພາຍໃນ ໃນຂອບເຂດທົ່ວປະເທດ.

ໃນໄລຍະເທດສະການປີໃໝ່ສາກົນຜ່ານມາ, ຕາມການຕິດຕາມຂອງເຈົ້າໜ້າທີ່ການຄ້າ ແລະ ຕາມການສ່ອງແສງ ແລະ ຫາງສຽງຈາກສັງຄົມ ໃຫ້ຮູ້ວ່າ: ໄດ້ມີການໂຄສະນາຂາຍ ແລະ ນຳເຂົ້າສິນຄ້າປະເພດ ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆ ຈາກຕ່າງປະເທດມາຈຳໜ່າຍຢູ່ພາຍໃນປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບການ ເຊັ່ນ: ບໍ່ຕິດສະແຕັມພາສີ, ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ບໍ່ມີເອກະສານຢັ້ງຢືນທີ່ມາ ຫລື ກ່ຽວກັບສິນຄ້າ ເຊິ່ງອາດຈະເປັນສິນຄ້າປອມແປງລອກຮຽນແບບ ຖ້າມີການບໍລິໂພກອາດຈະເປັນອັນຕະລາຍຕໍ່ກັບສຸຂະພາບຂອງຜູ້ຊົມໃຊ້.

ຜ່ານມາ ຄະນະເຈົ້າໜ້າທີ່ການຄ້າໃນຂອບເຂດທົ່ວປະເທດ ໄດ້ລົງກວດກາ ແລະ ຍຶດ ສິນຄ້າປະເພດ ເບຍ ທີ່ນຳເຂົ້າມາບໍ່ຖືກຕ້ອງຈາກຕ່າງປະເທດ ແລະ ວາງຈຳໜ່າຍຢູ່ຕາມຮ້ານຄ້າທົ່ວໄປ ເຊິ່ງພົບເຫັນວ່າ: ມີການລັກລອບນຳເຂົ້າໂດຍຊຸກເຊື່ອງມາຕາມລົດຂົນສົ່ງສິນຄ້າ ແລະ ລົດໂດຍສານລະຫວ່າງປະເທດ ຜ່ານມາສາມາດຍຶດ ເບຍ ໄດ້ຈຳນວນ 2.483 ແກັດ ແລະ ໄດ້ດໍາເນີນຄະດີຕໍ່ກັບເຈົ້າຂອງສິນຄ້າຕາມ ກົດໝາຍ ແລະ ລະບຽບການ.

ດັ່ງນັ້ນ, ຕໍ່ສະພາບການດັ່ງກ່າວ ຄະນະເຈົ້າໜ້າທີ່ການຄ້າ ຈະໄດ້ສືບຕໍ່ລົງຕິດຕາມ ກວດກາ, ຖ້າຫາກກວດພົບເຫັນວ່າ: ຮ້ານຄ້າ, ມິນິມາກ, ຊຸບເປີ້ມາແກັດ, ຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຜູ້ປະການອື່ນໆ… ຫາກຍັງມີການນຳເຂົ້າ ແລະ ຈຳໜ່າຍ ສິນຄ້າປະເພດ ເບຍ, ເຫຼົ້າ, ວາຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ ຈະຖືກຍຶດ, ອາຍັດ ແລະ ປັບໃໝ ພ້ອມທັງດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຕໍ່ກັບເຈົ້າຂອງຮ້ານຄ້າ ຫຼື ເຈົ້າຂອງສິນຄ້າດັ່ງກ່າວ.

(ທ່ານສາມາດ ແຈ້ງເບາະແສການລະເມີດໄດ້ທີ່ ສາຍດ່ວນ 1510 ທີ່ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ).

LEAVE A REPLY

Please enter your comment!
Please enter your name here