ຄະນະນຳສະຫວັນນະເຂດ ຢ້ຽມຢາມຖໍ້າຜາຫຼວງບ່ອນປະຊຸມພັກຄັ້ງທຳອິດຂອງແຂວງ

27 Jan 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 26 ມັງກອນ 2025 ຜ່ານມານີ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີໄດ້ເດີນທາງໄປສຳຫຼວດຖໍ້າຜາຫຼວງ ບ້ານຕໍເຮືອ ເມືອງວິລະບູລີ ເຊິ່ງເປັນຖໍ້າຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດຄັ້ງທໍາອິດ.

May be an image of 6 people

ພາຍຫຼັງການສຳຫຼວດ,ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມພາກພູມໃຈຕໍ່ການຢ້ຽມຢາມສະຖານທີ່ແຫ່ງນີ້, ເຊິ່ງເປັນສະຖານທີ່ມີຄວາມຫມາຍຄວາມສຳຄັນຕໍ່ປະຫວັດສາດຂອງແຂວງ, ໃນຕໍ່ໜ້າຖໍ້າແຫ່ງນີ້ ຈະສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດເພື່ອໃຫ້ປະຊາຊົນລາວກໍຄືຊາວແຂວງສະຫວັນນະເຂດຮຸ່ນໜຸ່ມກໍຄືຮຸ່ນຕໍ່ໆໄປໃຫ້ສາມາດເຂົ້າມາຮຽນຮູ້ເຖິງມູນເຊື້ອປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງ ທີ1ອົງຄະນະພັກແຂວງ ຈົນຮອດປັດຈຸບັນກໍຄືການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີຈະໝູນວຽນມາໃນໄວໆນີ້.

May be an image of 9 people and tree
ໂອກາດດຽວກັນທ່ານເຈົ້າແຂວງ ກໍໄດ້ພົບປະປະຊາຊົນບ້ານຕໍເຮືອ ແລະ ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຫ້າມຕັດໄມ້ທໍາລາຍປ່າ,ພ້ອມທັງໃຫ້ສົ່ງເສີມລູກຫຼານຂອງຕົນໃຫ້ໄດ້ເຂົ້າໂຮງຮຽນ. ຈາກນັ້ນທ່ານເຈົ້າແຂວງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານຕໍເຮືອນຕື່ມອີກ.

May be an image of 3 people and tree

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ