ປານິຕາ ລາຊາສັກ ຄວ້າມົງກຸດ ນາງສາວອາພອນເຜົ່າ ສະຫວັນນະເຂດ 2025

0
200

MS 04 ນາງ ປານິຕາ ລາຊາສັກ ອາຍຸ 20 ປີ ຄວ້າມົງກຸດອັນຊົງກຽດໃນການປະກວດ ນາງສາວອາພອນເຜົ່າ ສະຫວັນນະເຂດ 2025 ເມື່ອວັນທີ 26 ມັງກອນ 2025 ທີ່ສູນການຄ້າ ສະຫວັນ-ໄອເຕັກ ແຂວງສະຫວັນນະເຂດ ຫຼັງສາມາດເອົາຊະນະສາວງາມຜູ້ເຂົ້າປະກວດທັງໝົດ 11 ຄົນ.

ສໍາລັບ ເງື່ອນໄຂຜູ້ເຂົ້າປະກວດໃນເວທີ ນາງສາວອາພອນເຜົ່າ ສະຫວັນນະເຂດ 2025 ເລີ່ມເປີດຮັບສະໝັກມາແຕ່ທ້າຍປີ 2024 ໂດຍຜູ້ເຂົ້າປະກວດຕ້ອງເປັນຄົນທ້ອງຖິ່ນແຂວງສະຫວັນນະເຂດໂດຍກົງ, ບໍ່ຜ່ານການແຕ່ງງານມາກ່ອນ, ອາຍຸລະວຫ່າງ 15-25 ປີ, ສ່ວນສູງ 160 ຊັງຕີແມັດຂຶ້ນໄປ ແລະ ມີຄວາມພ້ອມທີ່ຈະຮັບໃຊ້ກອງປະກວດໃນເວລາຕ່າງໆ.

ຜ່ານການແຂ່ງຂັນປາກົດວ່າ:
-ຊະນະເລີດ: MS 04 ນາງ ປານິຕາ ລາຊາສັກ ອາຍຸ 20 ປີ
-ຮອງຊະນະເລີດອັນດັບ 1: MS 02 ນາງ ຈຸລາພອນ ປັດທຳມະວົງ ອາຍຸ 18 ປີ
-ຮອງຊະນະເລີດອັນດັບ 2: MS 09 ນາງ ມ້ວຍ ຄຳສະຫວັນ ອາຍຸ 22 ປີ
-ລາງວັນ ນາງສາວວັດທະນະທຳ 2025 : MS 07 ນາງ ສຸກສຳລານ ມີວໍລະຈັກ ອາຍຸ 20 ປີ
ຂ່າວ: Larh Creators ; ຮູບຈາກ: ນາງສາວອາພອນເຜົ່າ ສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here