ໃນວັນທີ 24 ມັງກອນ 2025 ທີ່ ໂຮງຮຽນ ປະຖົມສົມບູນ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີຫ້ອງການ ສະພາການຄ້າຈີນ ແຂວງ ສານຊີ ປະຈໍາ ນະຄອນຫຼວງວຽງຈັນ ໄດ້ມອບ ອຸປະກອນການຮຽນ ໃຫ້ນ້ອງໆນັກຮຽນ ຈໍານວນ 198 ນ້ອງ ຍິ່ງ 80 ນ້ອງໂດຍການມອບຂອງ ທ່ານ ສິນແສປິ່ນ ປະທານສະພາການຄ້າແຂວງສານຊີ ສປ ຈີນ ປະຈໍາ ນະຄອນຫຼວງວຽງຈັນ ຮັບໂດຍ,ທ່ານ ສົມພົງ ແກ່ນມະນີສົດ ນາຍບ້ານໆ ຫ້ວຍຫົງ ທ່ານ ຈັນທະຄານ ລັດຕະນາ ຮອງຫ້ອງການ ສຶກສາເມືອງ, ທ່ານນາງ ວອນນິດາ ພານຸຮັກ ອໍານວຍການໂຮງຮຽນປະຖົມສົມບູນ ຫ້ວຍຫົງ,ບັນດາຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ອຸປະກອນທີນໍາມາມອບໃນຄັ້ງນີ້ມີ: ກະເປົາ 198 ໜ່ວຍ, ເກີບ 198 ຄູ່, ບານເຕະ 10 ໜ່ວຍ, ໄມ້ດອກປີໄກ່ 10 ຄູ່, ປື້ມຂຽນ 500 ຫົວ, ສໍດໍາ 500 ກັບ, ໄມ້ບັນທັດ 100 ອັນ, ຢ່າງລຶບ 600 ອັນ, ກະເປົ່ານ້ອຍໃສ່ເງິນ 8 ໜ່ວຍ ເຊິ່ງອຸປະກອນທັງໝົດມູນຄ່າ 50 ລ້ານກີບ
ທ່ານ ສິນແສປິ່ນ ໄດ້ກ່າວວ່າ: ເນື່ອງຈາກເທດສະການບຸນກຸດຈີນທີ່ເຕັມໄປດ້ວຍຄວາມຫວັງ ແລະ ຄວາມອົບອຸ່ນທີ່ໃກ້ຈະມາເຖິງໃນມໍ່ໆນີ້, ພວກເຮົາຈຶ່ງໄດ້ຈັດກິດຈະກຳການມອບອຸປະກອນການສຶກສາໃຫ້ນ້ອງນັກຮຽນເປັນພິເສດ ເພື່ອສະແດງຄວາມຮັກ ແລະ ຄວາມເປັນຫ່ວງເປັນໄຍຕໍ່ລູກໆຫຼານຂອງພວກເຮົາ.
ເມື່ອເຖິງເທດສະການບຸນກຸດຈີນ ແຕ່ລະຄອບຄົວລ້ວນແຕ່ຫຍຸ້ງຢູ່ກັບການກະກຽມເຄື່ອງຂອງບຸນປີໃໝ່, ທຳຄວາມສະອາດ, ຕິດຄຳກອນຂອງເທດສະການບຸນກຸດຈີນ. ນີ້ບໍ່ພຽງແຕ່ແມ່ນວັນບຸນແຫ່ງການເຕົ້າໂຮມພົບໜ້າພໍ້ຕາກັນເທົ່ານັ້ນ, ຫາກຍັງແມ່ນຊ່ວງເວລາເພື່ອສະແດງຄວາມອົບອຸ່ນ, ແບ່ງປັນຄວາມຮັກແພງອີກດ້ວຍ.
ກິດຈະກໍາມອບອຸປະການການສຶກສາຂອງພວກເຮົາມີຈຸດປະສົງເພື່ອໃຫ້ພວກນ້ອງໆຂອງພວກເຮົາສາມາດຖືກະເປົາໃໝ່ເຫຼົ່ານີ້ເຂົ້າສູ່ພາກຮຽນໃໝ່ ແລະ ນຳເອົາຄຳອວຍພອນຂອງພວກເຮົາກ້າວໄປສູ່ອະນາຄົດທີ່ສົດໃສ ແລະ ພວກເຮົາຈະສຶບຕໍ່ໃຫ້ການອຸປະທໍາ ໂຮງຮຽນ ດັ່ງກ່າວນີ້ ໃນອານາຄົດ ຕື່ມອີກ.