ອະດິດນັກສືກສາລາວເມືອງບາກູ ຈັດງານພົບປະແລກປ່ຽນປະສົບການໃນວຽກງານ

0
113

ໃນວັນທີ 25 ມັງກອນ 2025 ທີ່ສວນອາຫານວັງລາວດາວຄໍາ ໄດ້ມິພິທີ ພົບປະອະດິດນັກສຶກສາລາວເມືອງບາກູ ປະເທດສາທາລະນະລັດ ອາແຊັກໄບຊານ ຂຶ້ນເພື່ອສ້າງສາຍສໍາພັນ ແລະ ຄວາມສາມັກຄີຂອງ ຂອງອະດິດນັກສືກສາລາວ ທີ່ເຄີຍຮ່ວມດໍາລົງຊີວິດໃນການສຶກສາຮໍ່າຮຽນ ໃນພິທີເຂົ້າຮ່ວມຂອງທ່ານ ທອງພັດ ອິນທະວົງ ປະທານສະມາຄົມມິດຕະພາບລາວ-ອາແຊັກໄບຊານ, ທ່ານ SHOVGI MEHDIZADE KAMAL OGLU ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ອາແຊັກໄບຊານ ປະຈໍາ ສປປລາວ ພ້ອມນັ້ນມີບັນດາອະດິດນັກສຶກສາທີ່ເປັນການນໍາໃນຂະແໜງການຕ່າງໆເຂົ້າຮ່ວມ.

ທ່ານ ທອງ ທໍາມະລັດ ຄະນະບໍລິຫານງານຂອງ ສະມາຄົມມິດຕະພາບລາວ-ອາແຊັກໄບຊານ ທັງເປັນອະດິດນັກສຶກສາລາວເມືອງບາກູ ໄດ້ກ່າວໃນພິທີວ່າ:  ງານດັ່ງກ່າວແມ່ນການເຕົ້າໂຮມຄວາມສາມັກຄີຂອງ ບັນດາທ່ານອະດິດນັກສຶກສາລາວ ເມື່ອ 40 ກວ່າປີ ທີ່ຜ່ານມາ ບັນດານັກສຶກສາລາວ ຫຼາຍກວ່າ 1.000 ຄົນ ໄດ້ດຳລົງຊີວິດ ແລະ ສຶກສາຮໍ່າຮຽນວິຊາສະເພາະ ແລະ ກຽມພາສາ ຢູ່ສະຖາບັນການສຶກສາຕ່າງໆຂອງເມືອງບາກູ, ລັດອາແຊັກໄບຊານ ອະດີດສະຫະພາບໂຊວຽດ, ເຊິ່ງປັດຈຸບັນແມ່ນປະເທດສາທາລະນະລັດ ອາແຊັກໄບຊານ.

ຕະຫລອດໄລຍະທີ່ດຳລົງຊີວິດ ແລະ ຮ່ຳຮຽນຢູ່ເມືອງບາກູ, ບັນດານັກສຶກສາລາວ ໄດ້ຮັບການຊ່ວຍເຫລືອດູແລເບິ່ງແຍງດ້ວຍຄວາມຮັກແພງ ແລະ ຈິງໃຈ ຈາກບັນດາຄູອາຈານ, ການຈັດຕັ້ງ ແລະ ປະຊາຊົນອາແຊັກໄບຊານ ເໝືອນກັບວ່າເປັນຄົນໃນຄອບຄົວດຽວກັນ ຈົນສາມາດສຳເລັດການສຶກສາຈາກສະຖາບັນວິຊາສະເພາະຕ່າງໆຂອງອາແຊັກໄບຊານ ແລະ ໄດ້ກາຍເປັນບຸກຄະລາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ ແລະ ມີຄຸນນະພາບສູງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເຊິ່ງມີຫລາຍທ່ານໄດ້ຮັບຕຳແໜ່ງລະດັບສູງໃນອົງການຈັດຕັ້ງຂອງລັດຖະບານ, ຫລາຍທ່ານເປັນນັກວິຊາການທີ່ດີເດັ່ນ ແລະ ເປັນນັກທຸລະກິດທີ່ປະສົບຜົນສໍາເລັດຢ່າງສູງຢູ່ພາຍໃນປະເທດ ແລະ ຕ່າງປະເທດ.

ຈຸດປະສົງຂອງການຈັດງານໃນມື້ນີ້ ແມ່ນເພື່ອເປັນການເຕົ້າໂຮມຄວາມຮັກແພງສາມັກຄີຂອງບັນດາອະດີດນັກສຶກສາຈາກເມືອງບາກຸ, ພົບປະສ້າງຄວາມເບີກບານມ່ວນຊື່ນ ແລະ ແລກປ່ຽນປະສົບການໃນວຽກງານ ແລະ ການດໍາລົງຊີວິດຂອງແຕ່ລະທ່ານ ພາຍຫລັງທີ່ຮຽນຈົບຈາກເມືອງ ແລະ ລັດດຽວກັນ.

ພ້ອມນັ້ນ, ຍັງເປັນໂອກາດ ແລະ ນິມິດໝາຍອັນປະເສີດທີ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສາທາລະນະລັດ ອາແຊັກໄບຊານ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພົນລະເມືອງອາແຊັກໄບຊານ ທີ່ດຳລົງຊີວິດ ແລະ ປະຕິບັດວຽກງານຢູ່ນະຄອນຫລວງວຽງຈັນ ເຊິ່ງເປັນການປະກອບສ່ວນ ເພີ່ມທະວີສາຍພົວພັນ ແລະການຮ່ວມມືທີ່ມືມູນເຊື້ອອັນດີ ລະຫວ່າງ ພັກ, ລັດຖະບານ ແລະ ປະຊາຊົນ 2 ຊາດ ລາວ-ອາແຊັກໄບຊານ ອີກດ້ວຍ.

 

LEAVE A REPLY

Please enter your comment!
Please enter your name here