ເປີດຮ້ານອາຫານບາບີຄິວພາຊາ ສາຂາທໍາອິດໃນປະເທດລາວ

0
152

ໃນວັນທີ 24  ມັງກອນ 2025 ໄດ້ມີພິທີເປີດ  Bar B Q Plaza ຮ້ານປິ້ງຢ້າງອັນດັບ 1 ຈາກປະເທດໄທ ຂຶ້ນຢູ່ ສູນການຄ້າບີກຊີ ບ້ານໂພນທັນ ເມືອງໄຊເສດຖານະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ⁠ທ່ານ ນາງ ວິມາລາ ໄຊຍະສຸກ ປະທານຂາຫຸ້ນ ບໍລິສັດ ເອວເອ ລີເທວ ຈຳກັດຜູ້ດຽວ, ⁠ທ່ານ ສັນຊະນະ ສະຊະນະວິນ ປະທານບໍລິຫານສາຍງານ ໜ່ວຍງານທຸລະກິດຕ່າງປະເທດ ແລະ ກົດໝາຍ ບາບີຄິວພາຊາ ປະເທດໄທ, ⁠ທ່ານ ນາງ ຈຸລາລັກ ຄຳພິມ  ຜູ້ອຳນວຍການໃຫຍ່ ບໍລິສັດ ເອວເອ ລີເທວ ຈຳກັດຜູ້ດຽວ ແລະ ແຂກຖືກເຊີນຈາກພາກລັດ – ທຸລະກິດເຂົ້າຮ່ວມ.

ການເປີດ Bar B Q Plaza  ຖືເປັນບາດກ້າວທຳອິດຂອງການຂະຫຍາຍທຸລະກິດ F&B ( Food And Beverage) ໃນປະເທດລາວ ເຊິ່ງມີເປົ້າໝາຍທີ່ຈະມອບປະສົບການ ການຮັບປະທານປິ້ງຢ້າງລະດັບພຣີມ້ຽມຈາກປະເທດໄທໃຫ້ລູກຄ້າຢູ່ປະເທດລາວ ໂດຍນຳສະເໜີເມນູປິ້ງຢ້າງທີ່ຄັດສັນວັດຖຸດິບຄຸນນະພາບສູງ ພ້ອມບໍລິການທີ່ອົບອຸ່ນ ແລະ ໃສ່ໃຈຈາກທີມງານມືອາຊີບ

Bar B Q Plaza  ຍັງໄດ້ມີການປັບປຸງເມນູພິເສດ ລວມໄປເຖິງການຍົກລະດັບວັດຖຸດິບທ້ອງຖິ່ນ ໃຫ້ກາຍເປັນເມນູພິເສດ ທີ່ຫາບໍ່ໄດ້ຈາກໃສ ນອກຈາກປະເທດລາວ ໂດຍສະເພາະແຈ່ວຖົ່ວລາວສູດພິເສດ ເຊິ່ງຄິດຄົ້ນມາເພື່ອ  Bar B Q Plaza ທີ່ປະເທດລາວໂດຍສະເພາະ ລວມໄປເຖິງເມນູພິເສດອື່ນໆ ທີ່ຊ່ວຍເພີ່ມຄວາມຫຼາກຫຼາຍໃຫ້ກັບການກິນປິ້ງຢ້າງບໍ່ວ່າຈະເປັນທອດໝາກເຂືອຍາວເຟຣນຟຣາຍ, ຊີ້ນງົວຂາລາຍ, ຊີ້ນເສືອຮ້ອງໄຫ້ ແລະ ນົມໝູທີ່ຖືກຄັດສັນມາເພື່ອໃຫ້ລູກຄ້າໄດ້ສຳຜັດກັບລົດຊາດປິ້ງຢ້າງຄຸນນະພາບຈາກໄທ ເຊິ່ງທຸກເມນູຄັດສັນ ແລະ ປຸງດ້ວຍມາດຕະຖານຄຸນນະພາບທີ່ດີທີ່ສຸດ ເພື່ອລູກຄ້າ ໄດ້ສຳຜັດລົດຊາດທີ່ແຊບ ແລະ ເປັນເອກະລັກ ສະເພາະຂອງ Bar B Q Plaza

ທ່ານນາງ ວິມາລາ ໄຊຍະສຸກ ປະທານຂາຮຸ້ນຈາກ Bar B Q Plaza Lao ກ່າວເປີດງານວ່າ ”ການເປີດຮ້ານ Bar B Q Plaza ໃນຄັ້ງນີ້ບໍ່ພຽງແຕ່ເປັນການເປີດທຸລະກິດແຕ່ຍັງສະທ້ອນເຖິງຄວາມສຳພັນທີ່ເລິກເຊິ່ງ ລະຫວ່າງປະເທດໄທ ແລະ ປະເທດລາວ ທີ່ມີມາຢ່າງຍາວນານ ການຮ່ວມມືໃນຄັ້ງນີ້ ໄດ້ປະສົບຄວາມສຳເລັດຈົນກາຍເປັນ ສາຂາທຳອິດທີ່ນຳປະສົບການໃໝ່ ໃນການກິນປິ້ງຢ້າງຄຸນນະພາບພຣີມຽມ ອັນດັບ 1 ຈາກໄທ  ມາສູ່ປະເທດລາວ ເຊິ່ງນອກຈາກຈະເສີມສ້າງຄວາມສຳພັນລະຫວ່າງ 2 ປະເທດແລ້ວ ຍັງເປັນການຊ່ວຍກະຕຸ້ນເສດຖະກິດໃນການສ້າງອາຊີບ  ລວມເຖິງພັດທະນາສັກກະຍະພາບຂອງບຸກຄະລາກອນໃນທ້ອງຖິ່ນ

ທ່ານນາງ ວິມາລາ ໄຊຍະສຸກ ກ່າວຂອບໃຈບໍລິສັດ Bar B Q Plaza ປະເທດໄທທີ່ໄວ້ວາງໃຈ ໃຫ້ເຮົາເປັນຕົວແທນ Master Franchise ແຕ່ພຽງຜູ້ດຽວໃນປະເທດລາວ ແລະ ເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮ່ວມງານກັບແບຣນທີ່ມີຊື່ສຽງ ໃນດ້ານຄຸນນະພາບ ແລະ ບໍລິການ ການຮ່ວມມືໃນຄັ້ງນີ້ ເຮົາມຸ່ງໝັ້ນທີ່ຈະຮັກສາມາດຕະຖານ ແລະ ວິໄສທັດຂອງແບຣນ ເພື່ອໃຫ້ໝັ້ນໃຈວ່າ Bar B Q Plaza ຈະປະສົບຄວາມສຳເລັດ ແລະ ສ້າງຄຸນຄ່າໃຫ້ກັບ 2 ປະເທດ ໃນໄລຍະຍາວ

ທ່ານ ສັນສະນະ ສະນາວິນ ກ່າວວ່າ ພວກເຮົາຮູ້ສຶກດີໃຈທີ່ມີໂອກາດຂະຫຍາຍສາຂາມາຍັງປະເທດລາວ ແລະ ຈາກການຮ່ວມມືຂອງທັງສອງປະເທດ ກໍປະສົບຄວາມສຳເລັດຈົນກາຍເປັນ Bar B Q Plaza ສາຂາທຳອິດໃນປະເທດລາວ ທີ່ບິກຊີ ຊັ້ນ 1  ພວກເຮົາຫວັງເປັນຢ່າງຍິ່ງວ່າ Bar B Q Plaza ລາວ ຈະສາມາດມອບຄວາມສຸກ ແລະ ຄວາມປະທັບໃຈ ໃຫ້ແກ່ລູກຄ້າທຸກທ່ານ ຄືດັ່ງກັບທີ່ເຮົາໄດ້ຄຳຕອບຮັບຈາກແຟນໆອ້າຍກ້ອນໃນປະເທດໄທ ແລະ ຫວັງເປັນຢ່າງຍິ່ງວ່າທຸກທ່ານ ຈະໄດ້ຮັບຄວາມມ່ວນຊື່ນກັບມື້ອາຫານຂອງທ່ານໃນສາຂານີ້

ນອກຈາກນີ້ Bar B Q Plaza Lao ຍັງມີແຜນຂະຫຍາຍສາຂາທົ່ວປະເທດ ເພື່ອລູກຄ້າໄດ້ມີໂອກາດ ສຳຜັດປະສົບການການກິນປິ້ງຢ້າງພຣີມຽມອັນດັບ 1 ຈາກປະເທດໄທ ທີ່ເຕັມໄປດ້ວຍຄວາມແຊບ ແລະ ຄຸນນະພາບ ພ້ອມມີອ້າຍກ້ອນ ມາຊ່ວຍສ້າງຮອຍຍິ້ມ ແລະ ສຽງຫົວຮ່ວມກັບທີມງານທີ່ມຸ່ງໝັ້ນໃນການບໍລິການ ໃຫ້ສົມກັບສະໂລແກນຂອງ Bar B Q Plaza ທີ່ວ່າ ” ເຮັດມື້ນີ້ໃຫ້ດີທີ່ສຸດ”

 

LEAVE A REPLY

Please enter your comment!
Please enter your name here