ພິທີດັ່ງກ່າວຈັດຂື້ນໃນວັນທີ 21 ມັງກອນ 2025 ທີ່ມະຫາວິທະຍາໄລ ສຸພານຸວົງ ນະຄອນຫຼວງພະບາງ. ໂດຍການເຂົ້າຮ່ວມຂອງທ່ານ ຮສຈ ປອ ວົງປະສິດ ຈັນທະຄູນ ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ, ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍຈັດກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະ, ມີພະນັກງານຄູ-ອາຈານພ້ອມດ້ວຍນັກສຶກສາທີໄດ້ຮັບທືນການສຶກສາຈາກບໍລິສັດເບຍລາວເຂົ້າຮ່ວມ.
ບໍລິສັດ ເບຍລາວ ຈຳກັດ ຍັງຄົງສືບຕໍ່ມຸ່ງໝັ້ນສົ່ງເສີມການສຶກສາຜ່ານໂຄງການ ເບຍລາວ ສານຝັນໃຫ້ນ້ອງ ເປັນປີທີ 14, ໂດຍການມອບທຶນການສຶກສາສົກຮຽນ 2024 – 2025 ໃຫ້ກັບນັກຮຽນທີ່ມີຜົນການຮຽນດີເດັ່ນ, ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການພັດທະນາສັກກາຍະພາບເລື່ອງການສຶກສາຂອງເຍົາວະຊົນ ແລະ ຊາວໜຸ່ມລາວ. ຜ່ານການປະເມີນ ແລະ ສຳພາດ, ໃນສົກຮຽນນີ້ ມີນັກຮຽນດີເດັ່ນທີ່ໄດ້ຮັບທຶນການສຶກສາຈຳນວນທັງໝົດ 19 ຄົນ, ຍິງ 10 ຄົນ, ໃນນີ້ມີນັກສຶກສາທຶນປີຜ່ານມາສຶບຕໍ່ຮັບທຶນ 14 ຄົນ ແລະນັກສຶກສາໄດ້ຮັບທຶນໃໝ່ 5 ຄົນ. ຈຳນວນທຶນທີ່ນັກສຶກສາຜູ້ໜຶ່ງຈະໄດ້ຮັບປະກອບ ມີທຶນສະໜັບສະໜູນຄ່າເທີມ 3.000.000 ກີບຕໍ່ຄົນຕໍ່ປີ, ທຶນສະໜັບສະໜູນປະຈຳເດືອນ 400.000 ກີບ ເວລາ 9 ເດືອນ ຕໍ່ປີ ຕໍ່ຄົນ, ສະເລ່ຍແລ້ວນັກສຶກສາຜູ້ໜຶ່ງ ຈະໄດ້ 6.600.000 ກີບ ຕໍ່ຄົນຕໍ່ປີ, ລວມມູນຄ່າທັງໝົດ 125.400.000 ກີບ.
ທ່ານ ສິດທິໄຊ ເກດຕະວົງ ກ່າວວ່າ: “ໂຄງການ ເບຍລາວສານຝັນໃຫ້ນ້ອງ ໄດ້ດຳເນີນມາແຕ່ປີ 2010 ແລະ ຍັງຄົງມຸ່ງໝັ້ນທີ່ຈະເປັນສ່ວນໜຶ່ງໃນການສົ່ງເສີມຄວາມຍືນຍົງ ແລະ ພັດທະນາການສຶກສາໃຫ້ກັບເຍົາວະຊົນ ແລະ ຊາວໜຸ່ມລາວຕໍ່ໄປໃນອະນາຄົດ”.
ສຳລັບເງື່ອນໄຂນັກສຶກສາທີ່ໄດ້ຮັບທຶນແມ່ນ ເປີດໂອກາດໃຫ້ນັກສຶກສາທຸກຄົນໂດຍບໍ່ມີການຈຳແນກ ຖານະທາງສັງຄົມ, ເພດ, ຊົນຊາດ, ຊົນເຜົ່າ, ສາດສະຫນາ, ສີຜິວ ລວມໄປເຖີງບຸກຄົນທີ່ຂາດຄວາມສາມາດດ້ານຮ່າງກາຍ (ຄົນພິການ); ການຄັດເລືອກ ຕາມເກນກໍານົດໂດຍປະເມີນຜົນການຮຽນ ຄຸນສົມບັດ ຈາກມະຫາວິທະຍາໄລ ແລະ ສຳພາດໂດຍຄະນະຮັບຜິດຊອບທຶນ; ນັກສຶກສາໄດ້ຮັບທຶນແລ້ວ ມີຜົນການຮຽນທີ່ດີ (GPA 2.8 ຂື້ນໄປ) ແລະ ຄຸນສົມບັດດີ ຈະໄດ້ຮັບທຶນຈົນຈົບການສຶກສາ; ຖ້ານັກສຶກສາທີ່ໄດ້ຮັບທຶນແລ້ວ ຫາກມີຄະແນນຕໍ່າກວ່າ GPA 2.8, ໂຈະການຮຽນ ຫລື ຍ້າຍສະຖາບັນຈະຖືກຕັດສິດການຮັບທຶນດັ່ງກ່າວ.