ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/25 The Lao Prime Minister Cup 2024/2025 ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2025 ໂດຍຈະເປັນການແຂ່ງຂັນຂອງທີມຈາກລາວລີກ 1 ກ່ອນ ເຊິ່ງມີການແຂ່ງຂັນຢູ່ 4 ຄູ່ 4 ສະໜາມດັ່ງນີ້:
-ຊ້າງນ້ອຍ 1-1 ມັດສະດ້າ ວຽງຈັນ ທີ່ ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ ໂດຍ ຊ້າງນ້ອຍ ໄດ້ປະຕູຈາກ: ເບີ 23 ພູທອນ ອິນນາໄລ ນາທີ 49, ສ່ວນ ມັດສະດ້າ ວຽງຈັນ ໄດ້ປະຕູຈາກ: ເບີ 23 ສຸລິພອນ ໄຊປັນຍາ ນາທີ 18.
-ເອສະຣາ 9-0 ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ສະຫນາມໃນ ໂດຍ ເອສະຣາ ໄດ້ປະຕູຈາກ: ເບີ 10 ໂຈນີ້ ແຫວນປະເສີດ ນາທີ 4, ເບີ 7 ປີເຕີ້ ພັນທະວົງ ນາທີ 42, 44, 45+1, 53, 72, 90+2, ເບີິ 4 ອານັນຕະຊາ ສີພົງພັນ ນາທີ 16, ເບີ 27 ບິນລີ້ ໂດນສະຫນູພິດ ນາທີ 48
– ມາດສເຕີ 0-2 ນໍ້າທາ ຢູໄນເຕັດ ແຂ່ງຂັນຢູ່ທີ່ ສະຫນາມກິລາແຫ່ງຊາດ ຫຼັກ 16 ສະຫນາມນອກ ໂດຍນັດນີ້ ນໍ້າທາ ໄດ້ປະຕູຈາກ: ເບີ 54 ສຸກສະຫວັນ ຮອບຈັກກະວານ ນາທີ 45+2, 80
-ກອງທັບ 4-1 ຫຼວງພະບາງ ແຂ່ງຂັນຢູ່ທີ່ ສະຫນາມກິລາກອງທັບ ຫຼັກ 5 ໂດຍນັດນີ້ ກອງທັບ ໄດ້ປະຕູຈາກ: ເບີ 18 ເກດສະດາ ເດດກຸມມານ ນາທີ 5, ເບີ 13 ຕີ ສີຫາລາດ ນາທີ 41, 78, ເບີ 19 ພູສົມບູນ ປັນຍາວົງ ນາທີ 70, ສ່ວນ ຫຼວງພະບາງ ໄດ້ປະຕູຈາກ: ເບີ 77 ສິດທິລາດ ຈັນທະມາລີ ນາທີ 90+2
ສໍາລັບ ລາຍການນີ້ ທີມເຂົ້າຮ່ວມ 16 ທີມເຂົ້າຮ່ວມ ຄື: ທີມຈາກ ລີກ 1 ມິ 8 ທີມ ແບ່ງເປັນ 2 ກຸ່ມຄື:
– ກຸ່ມ ເອ : ສະໂມສອນບານເຕະ ມາດສເຕີ , ສະໂມສອນບານເຕະ ກອງທັບ, ສະໂມສອນບານເຕະ ຫຼວງພະບາງ ແລະ ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ
– ກຸ່ມ ບີ: ສະໂມສອນບານເຕະ ຊ້າງນ້ອຍ, ສະໂມສອນບານເຕະ ເອສະຣາ, ສະໂມສອນບານເຕະ ຈຳປາສັກ ແລະ ສະໂມສອນບານເຕະ ມັດສະດ້າ ຈີບີ
ສໍາລັບ ຕາຕະລາງການແຂ່ງຂັນຮອບແບ່ງກຸ່ມນັດຕໍ່ໄປ ວັນທີ 26 ມັງກອນ 2025 ແລະ ວັນທີ 29 ມັງກອນ 2025 ໂດຍຈະແຂ່ງຂັນຢູ່ທີ່ນະຄອນຫຼວງ 4 ສະຫນາມຄື: ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ, ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ ແລະ ສະຫນາມກິລາກອງທັບ. ລາຍລະອຽດຕາມຮູບ
ຂະນະ ທີມຈາກ ລີກ 2 ແບ່ງເປັນ 2 ກຸ່ມຄື:
– ກຸ່ມ ເອ : ສະໂມສອນບານເຕະ ພີເອັມ ເຊກອງ( ເຈົ້າພາບ ) , ສະໂມສອນບານເຕະ ເມືອງເລົ່າງາມ, ສະໂມສອນບານເຕະ ເມືອງພວນ ແລະ ສະໂມສອນບານເຕະ ເຮືອເຫຼັກ
– ກຸ່ມ ບີ: ສະໂມສອນບານເຕະ ທະຫານແຂວງຄຳມ່ວນ ( ເຈົ້າພາບ ), ສະໂມສອນບານເຕະ ທະຫານແຂວງຈຳປາສັກ, ສະໂມສອນບານເຕະທະຫານແຂວງຊຽງຂວາງ ແລະ ສະໂມສອນບານເຕະ ສະຫວັນ ຢູໄນເຕັດ
ຕາຕະລາງການແຂ່ງຂັນຮອບແບ່ງກຸ່ມ ແມ່ນຈະແຂ່ງຂັນວັນທີ 04 ກຸມພາ 2025, ວັນທີ 06 ກຸມພາ 2025 ແລະ ວັນທີ 08 ກຸມພາ 2025, ກຸ່ມ ເອ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງເຊກອງ ແລະ ກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.
ທີມທີ່ໄດ້ອັນດັບ 1 ແລະ ອັນດັບ 2 ແຕ່ລະກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບ 8 ທີິມສຸດທ້າຍເຊິ່ງຈະແຂ່ງຂັນໃນວັນທີ 13 ກຸມພາ 2025, ຮອບຮອງຊະນະເລີດ ແຂ່ງຂັນວັນທີ 16 ກຸມພາ 2025 ແລະ ນັດຊີງຊະນະເລີດ ແມ່ນແຂ່ງຂັນວັນທີ 08 ມີນາ 2025.
ຂ່າວ: Larh Creators ; ຮູບຈາກ: ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ