ປີ 2024 ຜ່ານມາ, ທົ່ວປະເທດ ມີເຫດການໄພພິບັດເກີດຂຶ້ນ 69 ຄັ້ງ ສົ່ງຜົນກະທົບຢູ່ 16 ແຂວງ, 1 ນະຄອນຫຼວງ, ມີ 147 ເມືອງ ລວມມູນຄ່າເສຍຫາຍ 6.747 ຕື້ກວ່າກີບ, ຕໍ່ກັບສະພາບໄພພິບັດທີ່ເກີດຂຶ້ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ແກ້ໄຂສຸກເສີນ, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃຫ້ສາມາດກັບສູ່ສະພາບປົກກະຕິໄດ້ຢ່າງວ່ອງໄວ.
ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ), ມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮອງປະທານ ຄພສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນະຄອນຫຼວງວຽງຈັນ, ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ກ່າວວ່າ: ຕາມການເກັບກໍາຂໍ້ມູນຂອງກອງເລຂາ ແລະ ລາຍງານຂອງບັນດາແຂວງ, ເຫັນໄດ້ວ່ານັບມື້ສະພາບໄພພິບັດມີຄວາມຮຸນແຮງ ເປັນຕົ້ນແຂວງທາງພາກເໜືອທີ່ບໍ່ເຄີຍມີນໍ້າຖ້ວມຂັງ ແລະ ຮຸນແຮງ ແຕ່ກໍເກີດຂຶ້ນ ຄື: ໃນປີ 2024 ແຂວງຫົວພັນ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງອື່ນໆ ເຊິ່ງສ້າງ ຄວາມເສຍຫາຍເປັນຈໍານວນຫຼາຍສົມຄວນ.
ຕໍ່ກັບສະພາບໄພພິບັດທີ່ເກີດຂຶ້ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ນໍາພາ – ຊີ້ນໍາ, ຕິດຕາມ, ຊຸກຍູ້ການຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ບັນດາແຂວງ ໃຫ້ສາມາດກັບສູ່ສະພາບປົກກະຕິໄດ້ຢ່າງວ່ອງໄວ.
ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ແຜນກຽມພ້ອມຕອບໂຕ້ໄພພິບັດ ປີ 2025 ວ່າ: ໃນໄລຍະ 1 ປີຜ່ານມາໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດທັງໝົດ 69 ຄັ້ງ ສົ່ງຜົນກະທົບຢູ່ 16 ແຂວງ, 147 ເມືອງ, 1.730 ບ້ານ, 58.753 ຄອບຄົວ, 271.168 ຄົນ ຍິງ 124.213 ຄົນ, ເສຍຊີວິດ 17 ຄົນ, ບາດເຈັບ 58 ຄົນ, ເຮືອນເປ່ເພ 6.432 ຫຼັງ, ເຮືອນຖືກເສຍຫາຍ 100% ຈຳນວນ 110 ຫຼັງ, ໂຮງຮຽນ 126 ແຫ່ງ, ສະໜາມບິນ 1 ແຫ່ງ, ສັດລ້ຽງ 4.349 ໂຕ, ເນື້ອທີ່ 41.027 ເຮັກຕາ ແລະ ຊົນລະປະທານ 118 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 6,7 ຕື້ກວ່າກີບ.
ຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມ ກໍໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ເພື່ອຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ຍັງເປັນສິ່ງທ້າທາຍ ເພື່ອເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນປີ 2025 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.