ພາສີປະຈໍາແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2024 ແລະ ກໍານົດທິດທາງແຜນການ ປະຈໍາປີ 2025 ຂຶ້ນໃນວັນທີ 22 ມັງກອນ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ພິມພອນ ພັນດານຸວົງ ຫົວໜ້າພະແນກການເງິນແຂວງ, ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າພາສີປະຈໍາແຂວງ.
ທ່ານ ແກ້ວອຸດອນ ພາລີຈັນ ຮອງຫົວໜ້າພາສີປະຈໍາແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2024 ໂດຍຍົກໃຫ້ເຫັນການນໍາພາວຽກງານດ້ານການເມືອງ – ແນວຄິດ, ວຽກງານການຈັດຕັ້ງ ແລະ ພະນັກງານ, ວຽກງານດ້ານວິຊາສະເພາະ ຕົ້ນຕໍແມ່ນການຈັດເກັບລາຍຮັບສາມາດຈັດຕັ້ງປະຕິບັດໄດ້ລື່ນແຜນການ.
ໃນປີ 2024 ພາສີປະຈໍາແຂວງ ໄດ້ຮັບແຜນການຈັດເກັບລາຍຮັບ ເທົ່າກັບ 1.365 ຕື້ກີບ ການຈັດຕັ້ງປະຕິບັດຕົວຈິງ ສາມາດຈັດເກັບໄດ້ 1.566,74 ຕື້ກີບ ເທົ່າກັບ 114, 78% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີກ່ອນ ເທົ່າກັບ 123,65% ເພີ່ມຂຶ້ນ 23,65% ຫຼື ເປັນເງິນ 229,71 ຕື້ກີບ.
ທ່ານ ແກ້ວອຸດອນ ພາລີຈັນ ກ່າວຕື່ມວ່າ: ໃນປີ 2025 ພາສີປະຈໍາແຂວງຈໍາປາສັກ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບ 1.712,2 ຕື້ກີບ ແລະ ໄດ້ແບ່ງຕົວເລກດັ່ງກ່າວໃຫ້ກັບຂະແໜງ, ດ່ານພາສີສາກົນຈັດຕັ້ງປະຕິບັດ.
ເພື່ອເຮັດໃຫ້ຕົວເລກລາຍຮັບໄດ້ຕາມແຜນການ,ໃນຕໍ່ໜ້ານີ້ ພາສີປະຈໍາແຂວງ ຈະຖືເອົາວຽກງານສຶກສາອົບຮົມນໍາພາການເມືອງ – ແນວຄິດ ໃຫ້ແກ່ ພະນັກງານ – ລັດຖະກອນ ໃຫ້ມີຈັນຍາບັນ, ຈັນຍາທໍາ, ມີຄຸນທາດການເມືອງ, ມີຄວາມຮູ້ – ຄວາມສາມາດ ຕອບສະໜອງໃດ້ຄວາມຮຽກຮ້ອງຕ້ອງການວຽກງານໃນໄລຍະໄໝ່.
[ ຂ່າວ – ຮູບ: ທູນທອງໃຈ ]