ຫາລືການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ

0
194

ປີ 2025-2030 ຈະເລັ່ງໃສ່ຫຼຸດຜ່ອນເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງຂະແໜງການທີ່ກ່ຽວຂ້ອງ, ຫຼຸດຜ່ອນເວລາໃນການກວດປ່ອຍສິນຄ້ານໍາເຂົ້າ – ສົ່ງອອກ ແລະ ຜ່ານແດນຢູ່ດ່ານສາກົນ.
ຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ຈັດກອງປະຊຸມວິສາມັນທົ່ວປະເທດ ເພື່ອຜ່ານຮ່າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໃນວັນທີ 21 ມັງກອນ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ.


ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ວຽກງານອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ, ເປັນໜຶ່ງໃນວຽກຈຸດສຸມໃນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ຄວາມພະຍາຍາມໃນການຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ພ້ອມທັງແກ້ໄຂບັນຫາຕ່າງໆທີ່ປິ່ນອ້ອມຂອງພາກທຸລະກິດ ແລະ ເພື່ອສືບຕໍ່ປັບປຸງວຽກງານອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍສະເພາະການແກ້ໄຂບັນຫາຂອງພາກທຸລະກິດໃນປັດຈຸບັນ ແລະ ຕໍ່ໜ້າ ຕ້ອງໄດ້ມີການກໍານົດແຜນງານ, ກິດຈະກໍາ, ງົບປະມານ ຫຼື ໂຄງການຄັກແນ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍ.

ດ້ານທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫົວໜ້າກອງເລຂາຄະນະອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ສະເໜີຮ່າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ເຊິ່ງປະກອບມີ 12 ມາດຕະການ ແລະ 23 ແຜນງານ ແລະ ມີ 4 ເປົ້າໝາຍຫຼັກ ຄື: ເລັ່ງໃສ່ຫຼຸດຜ່ອນເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງຂະແໜງການທີ່ກ່ຽວຂ້ອງ ໃຫ້ໄດ້ຢ່າງໜ້ອຍ 40%; ຫຼຸດຜ່ອນເວລາໃນການກວດປ່ອຍສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນຢູ່ດ່ານສາກົນໃຫ້ໄດ້ຢ່າງໜ້ອຍ 50%; ປັບປຸງດັດສະນີຕົວຊີ້ວັດປະສິດທິພາບດ້ານໂລຈິສຕິກຂອງ ສປປ ລາວ ໃຫ້ບັນລຸຢ່າງໜ້ອຍ 3,4 ຄະແນນ ແລະ ຫຼຸດຜ່ອນຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າຢູ່ພາຍໃນປະເທດ ໃຫ້ໄດ້ຢ່າງໜ້ອຍ 50%.


ກອງປະຊຸມ ໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບຮ່າງຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ໄດ້ເຫັນດີເປັນເອກະພາບສູງໃຫ້ມີການປັບປຸງຮ່າງຍູດທະສາດດັ່ງກ່າວ, ເພີ່ມຕື່ມ ໂດຍໃຫ້ກອງເລຂາຮຽບຮຽງຄືນດ້ານໂຄງສ້າງ, ເນື້ອໃນ ແລະ ຄໍາສັບຕ່າງໆໃຫ້ສອດຄ່ອງກັບຫຼັກການ ແລ້ວນໍາສົ່ງໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນມີຄໍາເຫັນ. ຫຼັງຈາກນັ້ນ, ໃຫ້ສັງລວມລາຍງານທ່ານຫົວໜ້າ ຄອຄຂ.ສ ພິຈາລະນາກ່ອນສະເໜີເອົາເຂົ້າວາລະກອງປະຊຸມລັດຖະບານ ໃນເດືອນກຸມພາ 2025 ເພື່ອພິຈາລະຮັບຮອງ ໃນຂັ້ນຕອນຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here